ໃນການແຂ່ງຂັນພຽງແຕ່ເຄິ່ງມື້, ນັກກິລາລອຍນ້ຳຂອງ ຫວຽດນາມ ສາມາດຄວ້າໄດ້ຫຼຽນ 5 ຫຼຽນ.
ນັກກິລາ ວໍຮວິ່ງແອັງຄວາ ຄວ້າໄດ້ຫຼຽນຄຳທຳອິດມາໃຫ້ຄະນະນັກກິລາ ຫວຽດນາມ (ພາບ: laodong.vn)
ວັນທີ 21 ມັງກອນ, ຄະນະນັກກິລາຄົນພິການ ຫວຽດນາມ ໄດ້ເລີ່ມແຂ່ງຂັນຢູ່ງານມະຫາກຳກິລາຄົນພິການ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 13 (ASEAN Para Games 13) ທີ່ພວມຈັດຂຶ້ນຢູ່ ໄທ. ໃນການແຂ່ງຂັນພຽງແຕ່ເຄິ່ງມື້, ນັກກິລາລອຍນ້ຳຂອງ ຫວຽດນາມ ສາມາດຄວ້າໄດ້ຫຼຽນ 5 ຫຼຽນ.
ໃນປະເພດກິລາລອຍນ້ຳເສລີ (freestyle) ຊາຍ 400ມ ສຳລັບຄົນພິການ S8, ນັກກິລາ ວໍຮວິ່ງແອັງຄວາ ຄວ້າໄດ້ຫຼຽນຄຳທຳອິດມາໃຫ້ຄະນະນັກກິລາ ຫວຽດນາມ, ຫງວຽນວັນແຮ້ງ ຄວ້າໄດ້ຫຼຽນຄຳໃນການແຂ່ງຂັນລອຍກົບຊາຍ 100ມ ສຳລັບຄົນພິການ SB11. ຫຼຽນຄຳທີ 3 ຂອງນັກກິລາ ນາງ ເຈືອງທິບິກ ໃນປະເພດກິລາລອຍກົບຍິງ 100ມ ສຳລັບຄົນພິການ SB4-5. ນັກກິລາ ນາງ ວີທິບິກຮັ່ງ ຄວ້າໄດ້ຫຼຽນຄຳທີ 4 ໃນປະເພດກິລາລອຍນ້ຳເສລີຍິງ 100ມ ສຳລັບຄົນພິການ S7. ຫຼຽນຄຳທີ 5 ແມ່ນຂອງ ນາງ ເລທິຢຸງ, ໃນປະເພດກິລາລອຍນ້ຳເສລີຍິງ 100ມ ສຳລັບຄົນພິການ S8.