ຂ່າວສານ

ASEAN Para Games 13: ຂີດ​ໝາຍ​ປະ​ຫວັດ​ສາດຍົກ​ລະ​ດັບ​ກິ​ລາ​ຄົນ​ພິ​ການໃນ​ພາກ​ພື້ນ

ງານມະຫາກຳກິລາຄັ້ງນີ້ແມ່ນຂີດໝາຍປະຫວັດສາດ ຊື່ງໄດ້ພິສູດໃຫ້ເຫັນການເຕີບໃຫ່ຍກ້າວກະໂດດຂັ້ນຂອງກິລາຄົນພິການ ອາຊຽນ.
  ຄະນະນັກກິລາ ຫວຽດນາມ (ພາບ: VOV)  
ຕອນຄ່ຳວັນທີ 26 ມັງກອນ, ຢູ່ນະຄອນ ຣັດຊາຊິມາ ປະເທດໄທ ໄດ້ຈັດພິທິອັດງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 13  (ASEAN Para Games 13). ດ້ວຍສະຖິຕິແມ່ນແຂ່ງຂັນກິລາ 19 ປະເພດລວມ 1472 ຊຸດຫຼຽນລາງວັນ. ທ່ານພົນຈັດຕະວາ ໂອ້ສົດ ບາວິໄລ ປະທານສະຫະພັນກິລາຄົນພິການ (APSF), ຢືນຢັນວ່າ ງານມະຫາກຳກິລາຄັ້ງນີ້ແມ່ນຂີດໝາຍປະຫວັດສາດ ຊື່ງໄດ້ພິສູດໃຫ້ເຫັນການເຕີບໃຫ່ຍກ້າວກະໂດດຂັ້ນຂອງກິລາຄົນພິການ ອາຊຽນ. ງານມະຫາກຳກິລາບໍ່ພຽງແຕ່ແມ່ນການແຂ່ງຂັນໃນພາກພື້ນເທົ່ານັ້ນ ຫາກຍັງແມ່ນສັນຍາລັກອັນສູງສົ່ງຂອງນ້ຳໃຈມິດຕະພາບ, ການຮ່ວມມື ແລະ ຊ່ວຍເຫຼືອຊື່ງກັນ ແລະ ກັນລະຫວ່າງບັນດາປະເທດ ອາຊຽນ ອີກດ້ວຍ.

top