ຂ່າວສານ

ASEAN Para Games 12: ຫວຽດນາມສູ້ຊົນລອດເຂົ້າ top 4 ປະເທດແຖວໜ້າໃນຕາຕະລາງສະຫລຸບຫຼຽນ

ເປົ້າໝາຍຂອງຄະນະນັກກິລາຄົນພິການຫວຽດນາມໃນງານມະຫາກຳກິລາຄັ້ງນີ້ແມ່ນສູ້ຊົນຄວ້າຫຼຽນຄຳໄດ້ແຕ່ 50-55 ຫຼຽນແລະລອດເຂົ້າ top 4 ປະເທດແຖວໜ້າໃນຕາຕະລາງສະຫລຸບຫຼຽນ.
  (ພາບປະກອບ: TTXVN)  

ວັນທີ 01 ມິຖຸນາ, ຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ຄະນະນັກກິລາຄົນພິການ ຫວຽດນາມທີ່ເຂົ້າຮ່ວມງານມະຫາກຳກິລາຄົນພິການອາຊີຕາເວັນອອກສ່ຽງໃຕ້ (ASEAN Para Games) ຄັ້ງທີ 12 ເຊິ່ງຈັດຂຶ້ນຢູ່ກຳປູເຈຍໄດ້ຈັດກອງປະຊຸມຄັ້ງທຳອິດພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຮົ່ງມິງ, ຮອງຫົວໜ້າກົມກິລາກາຍຍະກຳ ຫວຽດນາມ, ຫົວໜ້າຄະນະນັກກິລາຫວຽດນາມ ທີ່ເຂົ້າຮ່ວມງານມະຫະກຳກິລາຄັ້ງນີ້.

ທ່ານຫງວຽນຮົ່ງມິງ ໄດ້ຕີລາຄາລວມວ່າຄະນະຈັດຕັ້ງ ASEAN Para Games 12 ໄດ້ໜູນຊ່ວຍເງື່ອນໄຂການກິນ, ການຢູ່ຮັບໃຊ້ບັນດາຄະນະນັກກິລາທີ່ເຂົ້າຮ່ວມເປັນຢ່າງດີທີ່ສຸດ. ເປົ້າໝາຍຂອງຄະນະນັກກິລາຄົນພິການຫວຽດນາມໃນງານມະຫາກຳກິລາຄັ້ງນີ້ແມ່ນສູ້ຊົນຄວ້າຫຼຽນຄຳໄດ້ແຕ່ 50-55 ຫຼຽນແລະລອດເຂົ້າ top 4 ປະເທດແຖວໜ້າໃນຕາຕະລາງສະຫລຸບຫຼຽນ.

ASEAN Para Games 12 ຈັດຂຶ້ນຢູ່ ພະນົມເປັນ, ປະເທດກຳປູເຈຍແຕ່ວັນທີ 03-09 ມິຖຸນາ.


top