ຂ່າວສານ

ASEAN Para Games 12: ກິ​ລາ ລອຍ​ນ້ຳ, ແລ່ນ ແລະ ລານ ຊ່ວຍ​ໃຫ້​ຄະ​ນະ ຫວຽດ​ນາມ ລື່ນ​ຄາດ​ໝາຍຫຼຽນ​ຄຳ​ທີ່​ໄດ້​ວາງໄວ້

ໃນວັນທີ 07 ມິຖຸນາ, ທິມນັກກິລາລອຍນ້ຳ ແລະ ແລ່ນ ແລະ ລານຂອງຄະນະນັກກິລາຄົນພິການ ຫວຽດນາມ ຄວ້າໄດ້ຫຼຽນຄຳ 21 ຫຼຽນ.
ນັກກິລາລອຍນ້ຳ ຫວຽດນາມ ໃນງານມະຫາກຳກິລາ ASEAN Para Games 12 (ພາບ:Cambodia2023)

ໃນວັນທີ 07 ມິຖຸນາ, ທິມນັກກິລາລອຍນ້ຳ ແລະ ແລ່ນ ແລະ ລານຂອງຄະນະນັກກິລາຄົນພິການ ຫວຽດນາມ ຄວ້າໄດ້ຫຼຽນຄຳ 21 ຫຼຽນ ໃນມື້ທີ່ 4 ຂອງການແຂ່ງຂັນຢ່າງເປັນທາງການຂອງງານມະຫາກຳກິລາຄົນພິການ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 12 (ASEAN Para Games 12) ທີ່ພວມດຳເນີນຢູ່ ກຳປູເຈຍ. ນອກຈາກນັ້ນ, ທິມນັກກິລາໝາກຮຸກ ກໍຄວ້າໄດ້ຫຼຽນຄຳ 2 ຫຼຽນ. ໄລ່ຮອດວັນທີ 7 ມິຖຸນາ, ຄະນະນັກກິລາຄົນພິການ ຫວຽດນາມ ຄວ້າໄດ້ຫຼຽນຄຳ 58 ຫຼຽນ, ຫຼຽນເງິນ 49 ຫຼຽນ ແລະ ຫຼຽນທອງ 74 ຫຼຽນ, ຢຶນອັນດັບທີ 3 ໃນຕາຕະລາງຈັດອັນດັບຂອງງານມະຫາກຳກິລາ. ຕາມຄາດໝາຍເຊິ່ງຄະນະນັກກິລາ ຫວຽດນາມ ໄດ້ວາງໄວ້ກ່ອນເດີນທາງໄປເຂົ້າຮ່ວມງານມະຫາກຳກິລາ ASEAN Para Games 12 ແມ່ນ ຫຼຽນຄຳ 50 – 55 ຫຼຽນ ແລະ ຢືນອັນດັບທີ 3 ທົ່ວຄະນະ ໃນ ASEAN Para Games 12.

ໃນຕາຕະລາງຈັດອັນດັບ, ຄະນະນັກກິລາ ອິນໂດເນເຊຍ ພວມນຳໜ້າ ດ້ວຍຫຼຽນຄຳ 123 ຫຼຽນ; ຖັດຈາກນັ້ນແມ່ນຄະນະນັກກິລາ ໄທ ດ້ວຍຫຼຽນຄຳ 96 ຫຼຽນ.


top