ໃນປະເພດກິລາ ໝາກຮຸກສາກົນ, ນາງ ຟ້າມທິເຮືອງ ຍາດໄດ້ລາງວັນສູງສຸດໃນປະເພດກິລາໝາກຮຸກໄວ ລະດັບພິການVI-B1...
ນັກກິລາ ຫງວຽນທິຫາຍ ຄ້ວາໄດ້ຫຼຽນຄຳ 1 ຫຼຽນ (ພາບ:Cambodia2023)
ວັນທີ 5 ມິຖຸນາ, ໃນວັນແຂ່ງຂັນທີສອງ ຂອງງານມະຫາກຳກິລາຄົນພິການ ອາຊີຕາເວັນອອກສ່ຽງໃຕ້ (ASEAN Para Games 12) ພວມຈັດຂຶ້ນຢູ່ ກຳປູເຈຍ, ຄະນະນັກກິລາຄົນພິການ ຫວຽດນາມ ສືບຕໍ່ແຂ່ງຂັນ ແລະ ບັນລຸຜົນສຳເລັດ.
ໃນປະເພດກິລາ ໝາກຮຸກສາກົນ, ນາງ ຟ້າມທິເຮືອງ ຍາດໄດ້ລາງວັນສູງສຸດໃນປະເພດກິລາໝາກຮຸກໄວ ລະດັບພິການVI-B1. ນາງ ເຮືອງ ພ້ອມກັບ ນາງ ເຈິ່ນງອັກລວານ ຄ້ວາໄດ້ຫຼຽນຄຳໜຶ່ງຫຼຽນ ໃນປະເພດທິມ. ນາງ ດ່ວານທູຮ່ວຽນ ແລະ ຫງວຽນທິກ່ຽວ ກໍ່ຄ້ວາໄດ້ຫຼຽນຄຳ ທີ 3 ເນື້ອໃນປະເພດທິມກິລາໝາກຮຸກໄວ ລະດັບພິການ PI.
ໃນວັນທີ 5 ມິຖຸນາ, ບັນດານັກກິລາລອຍນ້ຳຂອງຄະນະນັກກິລາຄົນພິການ ຫວຽດນາມ ຄ້ວາໄດ້ຫຼຽນຄຳ 6 ຫຼຽນ ແລະ ບັນລຸ 5 ສະຖິຕິໃນງານມະຫາກຳກິລານີ້.
ໃນປະເພດກິລາຍົກນ້ຳໜັກ, ນາງ ເຈົາຮ່ວາງຕວຽດລວານ, ທຳລາຍສະຖິຕິ ASEAN Para Games ຄ້ວາໄດ້ຫຼຽນຄຳ 2 ຫຼຽນໃຫ້ແກ່ຄະນະນັກກິລາ ຫວຽດນາມ.
ຮອດເວລາ 20 ໂມງ 30 ນາທີ ຂອງວັນທີ 5 ມິຖຸນາ, ຄະນະນັກກິລາຄົນພິການ ຫວຽດນາມ ຄ້ວາໄດ້ຫຼຽນຄຳ 29 ຫຼຽນ, ຫຼຽນເງິນ 24 ຫຼຽນ, ຫຼຽນທອງ 35 ຫຼຽນ, ຢືນອັນດັບທີ 2 ທົ່ວຄະນະໃນຕາຕະລາງຈັດຫຼຽນຢູ່ ASEAN Para Games 12. ນຳໜ້າແມ່ນຄະນະນັກກິລາ ອິນໂດເນເຊຍ ແລະ ທີສາມ ແມ່ນຄະນະນັກກິລາ ໄທ.