ຂ່າວສານ

ASEAN Cup 2026: ຫວຽດນາມ ປ້ອງກັນແຊັມໄດ້ຢ່າງສໍາເລັດຜົນ

ຄ່ຳຄືນວັນທີ 26 ສິງຫາ 2026, ທີມຊາດ ຫວຽດນາມ (ເສື້ອແດງ) ໄດ້ສະເໝີກັບ ທີມຊາດ ໄທ (ເສື້ອສີຟ້າ) ດ້ວຍຜົນຄະແນນ 2 – 2 ໃນການແຂ່ງຂັນຮອບຊີງຊະນະເລີດ ນັດທີສອງ ASEAN Cup 2026 ທີ່ຈັດຂຶ້ນຢູ່ ສະໜາມກິລາແຫ່ງຊາດ ໝີດິ່ງ (ຮ່າໂນ້ຍ). ລວມຜົນການແຂ່ງຂັນ 2 ນັດ, ທີມຊາດຫວຽດນາມ ໄດ້ຊະນະດ້ວຍຜົນໄລ່ລວມ 4 – 2, ປ້ອງກັນແຊັມ ASEAN Cup ໄດ້ຢ່າງສໍາເລັດຜົນ.
  ຜູ້ຫຼິ້ນຕົວຈິງຂອງທີມຊາດຫວຽດນາມ. ພາບ: VNA  
  ຮວ່າງເຮັນ ແລະ ຊວນຊອນ ສະຫຼອງປະຕູທີ່ຊ່ວຍໃຫ້ທີມຊາດຫວຽດນາມ ຕີສະເໝີເປັນ 1-1 ໃນນາທີທີ 52. ພາບ: VNA  
  ຄວາມດີໃຈຢ່າງຟົດຟື້ນຢູ່ສະໜາມກິລາ ໝີດິ່່ງ ເມື່ອ ໂດ໊ຮວ່າງເຮັນ ຍິງປະຕູສໍາຄັນຕີສະເໝີໃຫ້ກັບທີມຊາດຫວຽດນາມ. ພາບ: VNA  
  ກອງເຊຍເຂົ້າຮ່ວມເຊຍທີມຊາດ ຫວຽດນາມ ຢູ່ສະໜາມກິລາ. ພາບ: VNA  
  ປະທານ FIFA Gianni Infantino ເຂົ້າຮ່ວມຮັບຊົມການແຂ່ງຂັນ. ພາບ: VNA  
  ຄວາມດີໃຈໃນໄຊຊະນະຂອງບັນດານັກກິລາທີມຊາດ ຫວຽດນາມ. ພາບ: VNA  

top