ຂ່າວສານ

Aris - ເລົ່າເລື່ອງກ່ຽວກັບ ຫວຽດນາມ ຜ່ານທັດສະນະຂອງ ອິນໂດເນເຊຍ

ນັບແຕ່ປີ 2017 ມາຮອດປະຈຸບັນ, Aris ໄດ້ຕິດພັນກັບວຽກງານໂຄສະນາ ຫວຽດນາມ ຢູ່ຕະຫຼາດ ອິນໂດເນເຊຍ.

ທ່າມກາງການດຳລົງຊີວິດທີ່ອຶກກະທຶກຄຶກໂຄມຂອງ ຮ່າໂນ້ຍມີອ້າຍບ່າວ ອິນໂດເນເຊຍ ຄົນໜຶ່ງ ໄດ້ເລົ່າເລື່ອງກ່ຽວກັບ ຫວຽດນາມແບບງຽບຕາມວິທີສະເພາະຂອງຕົນ: ຜ່ານກ້ອງຖ່າຍຮູບຜ່ານບັນດາເຍື່ອງອາຫານ ຫວຽດນາມບັນດາຮ້ານກາເຟຢູ່ໃຈກາງນະຄອນ ແລະ ສິ່ງທີລຽບງ່າຍໃນຊີວິດປະຈຳວັນ… Aris Setiawan, ອາຍຸ 40 ປີເປັນເຈົ້າຂອງຊ່ອງ Youtube “ArisVenture” ໄດ້ລົງຊີວິດຢູ່ ຫວຽດນາມ ເປັນເວລາເກືອບ 10 ປີດ້ວຍຄວາມຮັກທີ່ຈິງໃຈ, Aris ບໍ່ພຽງແຕ່ຖື ຫວຽດນາມ ແມ່ນບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນເທົ່ານັ້ນຫາກຍັງກາຍເປັນຂົວເຊື່ອມຕໍ່ດ້ານວັດທະນະທຳນຳຮູບພາບປະເທດ ຫວຽດນາມ ເຂົ້າໃກ້ກັບຊາວ ອິນໂດເນເຊຍ ກວ່າອີກ.

ໃນຄຼິບຍາວເກືອບ 6 ນາທີ, ບັນດາຮູບພາບທີ່ລື້ງເຄີຍ, ຄື: ໜອງຮ່ວານກ໋ຽມ ໃນຍາມຮຸ່ງເຊົ້າ, ໂບດໃຫຍ່, ຖ້ວຍເຟີ ຫຼີກວັກຊື… ນັ້ນ Aris ໄດ້ແນະນຳຢ່າງຊື່ກົງ, ຊ່ວຍໃຫ້ຜູ້ຊົມສາມາດຮູ້ສຶກໄດ້ເຖິງບັນຍາກາດຢູ່ ຮ່າໂນ້ຍ. ນີ້ແມ່ນຄຼິບພົ້ນເດັ່ນທີສຸດຂອງຊ່ອງ Youtube “ArisVenture” ດ້ວຍຜູ້ເຂົ້າຊົມຫຼາຍທີ່ສຸດນັບພັນ ເທື່ອຄົນ ພ້ອມກັບຄຳຄິດເຫັນນັບເປັນຮ້ອຍ ຈາກຜູ້ຊົມ ອິນໂດເນເຊຍ

ເລື່ອງລາວຂອງ Aris ກ່ຽວກັບ ຫວຽດນາມ ແມ່ນເລີ່ມແຕ່ປີ 2016 ເມື່ອ Aris ໄດ້ຮັບຄຳເຊີນຂອງພໍ່ລ້ຽງທີ່ເຊີນມາຢ້ຽມຢາມ ຮ່າໂນ້ຍ. ກ່ອນໜ້ານັ້ນ, ກໍເຊັ່ນດ່ຽວກັບຊາວ ອິນໂດເນເຊຍ ຫຼາຍຄົນ, Aris ພຽງແຕ່ຮູ້ຈັກເຖິງ ຫວຽດນາມຜ່ານບັນດາເລື່ອງລາວກ່ຽວກັບສົງຄາມ. ແຕ່, ຮ່າໂນ້ຍ ໄດ້ສ້າງຄວາມຕົກສະເງີ້ໃຫ້ແກ່ລາວ.

ຮ່າໂນ້ຍ ໄດ້ພາໃຫ້ຂ້າພະເຈົ້າຕົກສະເງີ້ຂ້າພະເຈົ້າຮູ້ສຶກໄດ້ຄວາມສັນຕິສຸກ, ນັ້ນແມ່ນການດຳລົງຊີວິດແບບລຽບງ່າຍຂອງປະຊາຊົນຢ່ທີ່ນີ້, ມັນແຕກຕ່າງກັນກັບບັນດານະອນຫຼວງຂອງປະເທດອື່ນທີ່ຂ້າພະເຈົ້າໄດ້ໄປຢາມສິ່ງດັ່ງກ່າວເຮັດໃຫ້ຂ້າພະເຈົ້າຮູ້ສຶກສະບາຍໃຈ ແລະ ສະໜິດຕິດພັນກັບ ຮ່າໂນ້ຍ”.

ກໍ່ຍ້ອນຄວາມຮູ້ສຶກນັ້ນໄດ້ເຮັດໃຫ້ Aris ຢູ່ ຫວຽດນາມ ແລະ ເລີ່ມດຳລົງຊີວິດຢູ່ ຮ່າໂນ້ຍ. ນັບແຕ່ປີ 2017 ມາຮອດປະຈຸບັນ, Aris ໄດ້ຕິດພັນກັບວຽກງານໂຄສະນາ ຫວຽດນາມ ຢູ່ຕະຫຼາດ ອິນໂດເນເຊຍ. Aris ພວມປະກອບສ່ວນໂຄສະນາຮູບພາບ ຫວຽດນາມ ປະເທດທີ່ເປັນມິດ, ດຶງດູດໃຈ ແລະ ປອດໄພເຖິງແຂກທ່ອງທ່ຽວ ອິນໂດເນເຊຍ.

ຂ້າເຈົ້າຢາກໃຫ້ຊາວ ອິນໂດເນເຊຍ ເຫັນໄດ້ວ່າ ຫວຽດນາມ ບໍ່ພຽງແຕ່ແມ່ນເທດທີ່ສວຍງາເທົ່ານັ້ນຫາກຍັງແມ່ນແຫ່ງທີ່ເຂົາເຈົ້າສາມາດຮູ້ສຶກຄືດັ່ງູ່ໃນບ້ານຂອງຕົນຂ້າພະເຈົ້າຢາກໃຫເຂົາເຈົ້າເຫັນໄດ້ວ່າ ຫວຽດນາມ ແມ່ນປະເທດທີ່ສັນຕິສຸກພັດທະນາ ແລະ ປອດໄພນັ້ນແມ່ນວຽກງານໂຄສະນາຂອງຂ້າພະເຈົ້າ”.

ໃນໄລຍະຖືກຈຳກັດບໍລິເວນ ຍ້ອນໂຄວິດ - 19 ໄດ້ເຮັດໃຫ້ການເຄື່ອນໄຫວທ່ອງທ່ຽວຖືກຢຸດສະງັກ. ແລະກໍ່ໃນໄລຍະນັ້ນ, Aris ໄດ້ມີແນວຄວາມຄິດສ້າງຊ່ອງ Youtube ສະເພາະຂອງຕົນທີ່ມີຊື່ວ່າ “ArisVenture” ເພື່ອແນະນຳປະເທດ ຫວຽດນາມ ເຖິງປະຊາຄົມຊາວ ອິນໂດເນເຊຍ.

ຂ້າພະເຈົ້າເຄີຍປະສົບກັບຄວາມຫຍຸ້ຍາກເມື່ອເລີ່ມດຳລົງຊີວິດຢູ່ ຫວຽດນາມຈາກຄວາມແຕກຕ່າງດ້ານພາສາອາຫານການກິນ ແລະ ບັນດາເຍື່ອງອາຫານທ້ອງຖິ່ນຕະຫຼອດຮອດຄວາມຮູ້ດ້ານວັດທະນະທຳຮີດຄອງປະເພນີຂອງຊາວ ຫວຽດນາມ. ແຕ່ຜ່ານການດຳລົງຊີວິດຕົວຈິງນັ້ນໄດ້ກາຍເປັນແຮງບັນດານໃຈເພື່ອໃຫ້ຂ້າພະເຈົ້າຖ່າຍຄຼິບຊ່ວຍໃຫ້ແຂກທ່ອງທ່ຽວ ອິນໂດເນເຊຍ ສາມາດເຊື່ອມໂຍງໄດ້ຢ່າງງ່າຍກວ່າເມື່ອມາ ຢ້ຽມຢາມຫວຽດນາມ”.

ບັນດາຄຼິບຂອງ Aris ແມ່ນຮູບພາບທີ່ລຽບງ່າຍ, ເປັນຈິງ ແຕ່ໄດ້ດຶງດູດຄວາມສົນໃຈຈາກປະຊາຄົມຊາວ ອິນໂດເນເຊຍ ແລະ ຊາວ ຫວຽດນາມ ເປັນຈຳນວນຫຼາຍ. ເຂົາເຈົ້າໄດ້ສົ່ງຂໍ້ຄວາມສະແດງຄວາມຂອບໃຈ, ຊ້ຳບໍ່ໜຳຍັງຖາມຕື່ມກ່ຽວກັບບ່ອນຢູ່, ບ່ອນກິນ, ການໄປມາອີກດ້ວຍ. ມີບາງຄຳເຫັນແບ່ງປັນວ່າ ຊ່ອງ Youtube ນີິ້ໄດ້ຊ່ວຍໃຫ້ເຂົາເຈົ້າມີຄວາມອຸ່ນອຽນໃຈກວ່າ ເມື່ອວາງແຜນໄປທ່ອງທ່ຽວຢູ່ ຫວຽດນາມ, ໂດຍສະເພາະແມ່ນຜູ້ເຊື່ອຖືສາສະໜາ ອິດສະລາມ.

ຊາວ ອິນໂດເນເຊຍ ສ່ວນຫຼາຍແມ່ນເຊື່ອຖືສາສະໜາ ອິດສະລາມສະນັ້ນເມື່ຢາກໄປທ່ອງທ່ຽວ ຫວຽດນາມພວກຂ້າພະເຈົ້າຕ້ອງຊອກຮູ້ຢ່າງລະອຽດລະ ຜ່ານໝູ່ເພື່ອນຊອກຫາຜ່ານສື່ສັງຄົມບັງເອີນທີ່ຂ້າພະເຈົ້າໄດ້ຮູ້ຊ່ອງ Youtube ArisVenture, ເຈົ້າຂອງຊ່ອງນີ້ໄດ້ມີຄຳແນະນຳທີ່ເປັນປະໂຫຍດເຍື່ອງໃດແມ່ນອາຫານ Halal, ເຍື່ອງໃດທີ່ສາມາດຊື້ມາເປັນຂອງຕ້ອນ…”

ຂ້າພະເຈົ້າແມ່ນຜູ້ນຳທ່ຽວຊາວ ອິນໂດເນເຊຍຂ້າພະເຈົ້າຊອເຫັນຊ່ອງ Youtube ArisVenture ເມື່ອໄປອກຫາຄຼິບຮຽນພາສາ ອິນໂດເນເຊຍ ຜ່ານອິນເຕີເນັດຜ່ານບັນດາຄຼິບນັ້ນນອກຈາກໄດ້ຮ່ຳຮຽນພາສາແລ້ວຂ້າພະເຈົ້າຍັງຮຽນໄດ້ວິທີສັງເກດທີ່ແຕກຕ່າງກ່ຽວກັບ ຫວຽດນາມ ຜ່ານທັດສະນະຂອງຊາວຕ່າງປະເທດຄື Aris”.

ຮຸ່ງເຊົ້າມື້ໜຶ່ງ, ໃນຮ່ອມບ້ານນ້ອຍໆຂອງ ຮ່າໂນ້ຍ, Aris ໄດ້ຢຸດຢູ່ຮ້ານຂາຍຜັກທີ່ລື້ງເຄີຍ. ສຽງຈ່າວຂາຍ, ສຽງເວົ້າຈາ, ສຽງລົດຈັກ ພ້ອມກັບຮອຍຍີ້ມເປັນມິດຂອງປະຊາຊົນທີ່ໄດ້ບັນທຶກໄວ້ໃນກອງຖ່າຍສ່ວນຕົວຂອງຊາວຕ່າງປະເທດຜູ້ນັ້ນ, ແມ່ນຂໍ້ມູນໃຫ້ຊ່ອງ Youtube ທັງເປັນການບັນທຶກໄວ້ຊຸມວັນ, ເດືອນ, ປີທີ່ເຕັມໄປດ້ວຍຄວາມຊົງຈຳຂອງ Aris ຢູ່ ຫວຽດນາມ. 


top