ເພີ່ມທະວີຄວາມໝັ້ນຄົງໃນການເດີນທະເລ ແລະ ແກ້ໄຂບັນດາຄວາມສ່ຽງນາບທີ່ກຳລັງເກີດຂຶ້ນ ແມ່ນ 2 ບຸລິມະສິດເຊິ່ງ ຟີລິບປິນ ຊຸກຍູ້ການປຶກສາຫາລືຢູ່ເວທີປາໄສພາກພື້ນ ອາຊຽນ (ARF) ຄັ້ງທີ 33, ຈັດຂຶ້ນໃນວັນທີ 23 ກໍລະກົດ, ຢູ່ນະຄອນຫຼວງ ມານີລາ, ຟີລິບປິນ.
ກ່າວຄຳເຫັນທີ່ພິທີໄຂເວທີປາໄສ, ທ່ານນາງ Theresa Lazaro, ລັດຖະມົນຕີການຕ່າງປະເທດ ຟີລິບປິນ ຢຶນຢັນວ່າ ຄວາມຂາດສະຖຽນລະພາບດ້ານການເມືອງ, ການແກ່ງແຍ້ງຍຸດທະສາດສືບຕໍ່ເພີ່ມຂຶ້ນ, ໃນຂະນະທີ່ບັນດາສິ່ງທ້າຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ນັບມື້ນັບສະຫຼັບທັບຊ້ອນເຂົ້າກັນ. ບັນດາບັນຫານີ້ໄດ້ກາຍອອກໄປນອກພົມແດນ ແລະ ເນັ້ນໜັກເຖິງສະພາບການຕົວຈິງທີ່ວ່າ ບໍ່ມີປະເທດໃດສາມາດແກ້ໄຂສະພາບແວດລ້ອມຄວາມໝັ້ນຄົງທີ່ສັບສົນໄດ້ພຽງຜູ້ດຽວ.
“ການຮ່ວມມືໃນການເດີນທະເລໄດ້ສ້າງເສັ້ນທາງສຳຄັນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບກົດໝາຍສາກົນ, ຮັບປະກັນວ່າ ຂົງເຂດການເດີນທະເລລວມຍັງມີສັນຕິພາບ, ໄດ້ເຊື່ອມຕໍ່ ແລະ ຍືນຍົງໃຫ້ຄົນລຸ້ນຫຼັງ. ບັນດາຄວາມສ່ຽງນາບຂູ່ທີ່ກຳລັງເກີດຂຶ້ນ ແລະ ອາດຊະຍາກຳຂ້າມຊາດສືບຕໍ່ພັດທະນາດ້ວຍລະດັບຄວາມໄວທີ່ບໍ່ເຄີຍມີມາກອນ, ດ້ວຍບັນດາສິ່ງທ້າທາຍດ້ານຄວາມປອດໄພທາງໄຊເບີໂດຍເຕັກໂນໂລຊີທີ່ຫາກໍມີໄດ້ກໍ່ຂຶ້ນ, ແລະ ບັນດາຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງອື່ນໆໄດ້ຮຽກຮ້ອງໃຫ້ຕ້ອງມີປະຕິກິລິຍາຢ່າງມີຫົວຄິດປະດິດສ້າງ ແລະ ການຮ່ວມມື”.