ຂ່າວສານ

ARF 33: ເພີ່ມທະວີຄວາມໝັ້ນຄົງໃນການເດີນທະເລ ແລະ ແກ້ໄຂບັນດາຄວາມສ່ຽງນາບຂູ່ທີ່ກຳລັງເກີດຂຶ້ນ

ເພີ່ມທະວີຄວາມໝັ້ນຄົງໃນການເດີນທະເລ ແລະ ແກ້ໄຂບັນດາຄວາມສ່ຽງນາບທີ່ກຳລັງເກີດຂຶ້ນ ແມ່ນ 2 ບຸລິມະສິດເຊິ່ງ ຟີລິບປິນ ຊຸກຍູ້ການປຶກສາຫາລືຢູ່ເວທີປາໄສພາກພື້ນ ອາຊຽນ (ARF) ຄັ້ງທີ 33, ຈັດຂຶ້ນໃນວັນທີ 23 ກໍລະກົດ, ຢູ່ນະຄອນຫຼວງ ມານີລາ, ຟີລິບປິນ.
  ພາບປະກອບ: VNA  

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ເວ​ທີ​ປາ​ໄສ, ທ່ານນາງ Theresa Lazaro, ລັດ​ຖະ​ມົນ​ຕີ​ກ​ານ​ຕ່າງ​ປະ​ເທດ ຟີ​ລິບ​ປິນ ຢຶນ​ຢັນ​ວ່າ ຄວາ​ມ​ຂາດ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ການ​ແກ່ງ​ແຍ້ງ​ຍຸດ​ທະ​ສາດ​ສືບ​ຕໍ່​ເພີ່ມ​ຂຶ້ນ, ໃນ​ຂະ​ນະ​ທີ່​ບັນ​ດາ​ສິ່ງ​ທ​້າຍ​ຄວາມ​ໝັ້ນ​ຄົງແບບ​ເກົ່າ ແລະ​ ແບບ​ໃໝ່​ນັບ​ມື້​ນັບ​ສະ​ຫຼັບ​ທັບ​ຊ້ອນ​ເຂົ້າ​ກັນ. ບັນ​ດາ​ບັນ​ຫານີ້​ໄດ້​​ກາຍ​ອອກ​ໄປ​ນອກ​ພົມ​ແດ​ນ ແລະ ເນັ້ນ​ໜັກ​ເຖິງ​ສະ​ພາບ​ການ​ຕົວ​ຈິງ​ທີ່​ວ່າ ບໍ່​ມີ​ປະ​ເທດ​ໃດ​ສາ​ມາດ​ແກ້​ໄຂ​ສະ​ພາບ​ແວດ​ລ້ອມ​ຄວາມ​ໝັ້ນ​ຄົງ​ທີ່​ສັບ​ສົນ​ໄດ້​ພຽງ​ຜູ້​ດຽວ​.

“ການ​ຮ່ວມ​ມື​ໃນ​ການ​ເດີນ​ທະ​ເລ​ໄດ້​ສ້າງ​ເສັ້ນ​ທາງ​ສຳ​ຄັນ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ຮັບ​ປະ​ກັນ​ວ່າ ຂົງ​ເຂດ​ການ​ເດີນ​ທະ​ເລ​ລວມ​ຍັງ​ມີ​ສັນ​ຕິ​ພາບ, ໄດ້​ເຊື່ອມ​ຕໍ່ ແລະ ຍືນ​ຍົງ​ໃຫ້​ຄົນ​ລຸ້ນ​ຫຼັງ. ບັນ​ດາ​ຄວາມ​ສ່ຽງ​ນາບ​ຂູ່​ທີ່​​ກຳ​ລັງ​ເກີດ​ຂຶ້ນ ແລະ ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ​ສືບ​ຕໍ່​ພັດ​ທະ​ນາ​ດ້ວຍ​ລະ​ດັບ​ຄວາມ​ໄວ​​ທີ່ບໍ່​ເຄີຍ​ມີ​ມາ​ກອນ, ດ້ວຍ​ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​​ປອດ​ໄພ​ທາງ​ໄຊ​ເບີໂດຍ​ເຕັກ​ໂນ​ໂລ​ຊ​ີ​​ທີ່ຫາ​ກໍ​​ມີ​ໄດ້​ກໍ່​ຂຶ້ນ, ແລະ ບັນ​ດາ​ຄວາ​​ມວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ອື່ນໆ​​ໄດ້​ຮຽກ​ຮ້ອງ​​ໃຫ້ຕ້ອງ​ມີ​ປະ​ຕິ​ກິ​ລິ​ຍາ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ການ​ຮ່ວມ​ມື”.


top