ຂ່າວສານ

APEC ສ້າງພື້ນຖານໃໝ່ແກ່ການພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ

      ສັບປະດາຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປີຊີຟິກ (APEC) ຄັ້ງທີ 28 (APEC 28) ໂດຍ  ນິວຊີແລນ ເປັນປະທານ ໄດ້ເລີ່ມດຳເນີນຢ່າງເປັນທາງການໃນວັນທີ 5 ພະຈິກ ຕາມຮູບການທາງໄກ, ເປີດສາກລາຍການເຄື່ອນໄຫວສັບປະດາຂັ້ນສູງຄັ້ງນີ້ແມ່ນ ກອງປະຊຸມສະຫຼຸບບັນດາເຈົ້າໜ້າທີ່ຂັ້ນສູງ APEC.  ດ້ວຍການເຄື່ອນໄຫວສຳຄັນຫຼາຍຢ່າງທີ່ໄດ້ປະກາດ, ເຫດການສັບປະດາຂັ້ນສູງ APEC 28 ໄດ້ຮັບຄວາມເຊື່ອໝັ້ນວ່າ ຈະສ້າງພື້ນຖານການຮ່ວມມືສຳຄັນໃໝ່ໃຫ້ແກ່ການພັດທະນາຢູ່ ອາຊີ - ປາຊີຟິກ, ພາກພື້ນທີ່ເຕົ້າໂຮມຫຼາຍພື້ນຖານເສດຖະກິດແຖວໜ້າຂອງໂລກ ແລະ ປະກອບສ່ວນເຖິງ 60% GDP ແລະ ກວມເອົາເກືອບ 50% ການຄ້າທົ່ວໂລກ.
(ພາບປະກອບ: TTXVN)
      ສັບປະດາຂັ້ນສູງ APEC 28 ແມ່ນເຫດການໃຫຍ່, ສຳຄັນທີ່ສຸດໃນປີ  APEC 2021 ດ້ວຍຫົວຂໍ້ “ພ້ອມກັນສົມທົບ - ພ້ອມກັນກະທຳ - ພ້ອມກັນເຕີບໂຕ”. ຫົວຂໍ້ດັ່ງກ່າວ ໄດ້ສຸມໃສ່ 3 ເນື້ອໃນບຸລິມະສິດ ນັ້ນແມ່ນ ນະໂຍບາຍເສດຖະກິດ, ການຄ້າ, ຊຸກຍູ້ການຟື້ນຟູເສດຖະກິດ; ຍູ້ແຮງການຟື້ນຟູແບບກວມລວມ ແລະ ຍືນຍົງ; ຊຸກຍູ້ການປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ.
        ສັບປະດາຂັ້ນສູງ APEC 28 ມີການເຄື່ອນໄຫວຕົ້ນຕໍຄື ກອງປະຊຸມສະຫຼູບບັນດາເຈົ້າໜ້າທີ່ຂັ້ນສູງ APEC; ກອງປະຊຸມສະພາໃຫ້ຄຳປຶກສາແກ່ວິສາຫະກິດ APEC (ABAC); ກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດ APEC ຄັ້ງທີ 32; ການສົນທະນາລະຫວ່າງການນຳບັນດາພື້ນຖານເສດຖະກິດ APEC ກັບ ສະພາໃຫ້ຄຳປຶກສາການດຳເນີນທຸລະກິດ APEC; ກອງປະຊຸມສຸດຍອດ ວິສາຫະກິດ APEC ແລະ ເຄື່ອນໄຫວຫຼັກໆ ແລະ ສຳຄັນທີ່ສຸດແມ່ນ ກອງປະຊຸມການນຳພື້ນຖານເສດຖະກິດ ອາຊີ - ປາຊີຟິກ ຄັ້ງທີ 28. ເຫດການດັ່ງກ່າວ ມີໜ້າທີ່ສຳຄັນແມ່ນ ປຶກສາຫາລື ແລະ ຕັດສິນການກຳນົດທິດ ແລະ ວິໄສທັດຍຸດທະສາດແກ່ການຮ່ວມມືໃນອະນາຄົດ ລະຫວ່າງບັນດາພື້ນຖານເສດຖະກິດ APEC, ສ້າງພື້ນຖານແກ່ການພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ ໃນເວລາຍາວນານ.
        ບັນດາການເຄື່ອນໄຫວ ແລະ ເນື້ອໃນສຳຄັນ
        ກອງປະຊຸມການນຳເສດຖະກິດ APEC 28 ໃນວັນທີ 12 ພະຈິກ ມີຫົວຂໍ້ “ສົມທົບກັນໃນ APEC ແນໃສ່ຍູ້ແຮງການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ; ກາລະໂອກາດ ແລະ ສິ່ງທ້າທາຍຕົ້ນຕໍໃນໂລກ ພາຍຫຼັງໂລກລະບາດໂຄວິດ - 19 ແລະ ເຮັດແນວໃດເພື່ອຮັບປະກັນວ່າ ບັນດາຜົນງານທີ່ບັນລຸໄດ້ນັ້ນຈະແບ່ງປັນໃຫ້ແກ່ປະຊາຊົນທຸກຄົນຢ່າງສະໝ່ຳສະເໝີ ໃນປັດຈຸບັນ ກໍຄືໃນອະນາຄົດ.” ກອງປະຊຸມໄດ້ສຸມໃສ່ປຶກສາຫາລືສອງເນື້ອໃນຫຼັກໆ ນັ້ນແມ່ນ ແງ່ຫວັງເສດຖະກິດທົ່ວໂລກ ແລະ ການຮ່ວມມືຟື້ນຟູພາຍຫຼັງໂລກລະບາດ ແລະ ຄາດວ່າຈະຮັບຮອງເອົາເອກະສານສອງສະບັບ ນັ້ນແມ່ນ ຖະແຫຼງການກອງປະຊຸມການນຳເສດຖະກິດ ອາຊີ - ປາຊີຟິກ ຄັ້ງທີ 28 ແລະ ແຜນການຜັນຂະຫຍາຍວິໄສທັດ APEC ຮອດປີ 2040.
        ໃນຂະນະນັ້ນ, ກອງປະຊຸມສຸດຍອດວິສາຫະກິດ APEC ຖືກດຳເນີນໃນລະຫວ່າງວັນທີ 11 ຫາວັນທີ 12 ພະຈິກ ດ້ວຍຮູບການປະສົມລະຫວ່າງທາງໄກ ແລະ ໂດຍກົງ, ໂດຍມີການເຂົ້າຮ່ວມຂອງຜູ້ແທນປະມານ 4.500 ທ່ານ ເຊິ່ງເປັນການນຳວິສາຫະກິດແຖວໜ້າໃນພາກພື້ນ ອາຊີ - ປາຊີຟິກ. ກອງປະຊຸມລວມມີ 9 ວາລະປືກສາຫາລື ກ່ຽວຂ້ອງເຖິງບັນດາຫົວຂໍ້ເຫຼົ່ານີ້: ສະພາບການໂລກ; ການຟື້ນຟູໃນໄລຍະເຖິງເກີດໂລກລະບາດ ແລະ ພາຍຫຼັງໂລກລະບາດ; ບັນດາໂອກາດຈາກການຂາດວັກຂາດຕອນດ້ານເຕັກນິກດີຈີຕອນ; ການພັດທະນາແບບຍືນຍົງ ແລະ ການປ່ຽນແປງຂອງດິນຟ້າອາກາດ; ອະນາຄົດຂອງຂົງເຂດພະລັງງານ; ກຳລັງແຮງຂອງຄວາມເຊື່ອໝັ້ນ; ບຸລິດມະສິດຂອງວິສາຫະກິດໃນໄລຍະຈະມາເຖິງ; ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ການມຸ່ງໄປເຖິງອະນາຄົດ.
        ນີ້ລ້ວນແຕ່ແມ່ນບັນດາເນື້ອໃນສຳຄັນ, ມີລັກສະນະກຳນົດທິດ, ພາທາງ, ຄອບຄອງອະນາຄົດການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດ APEC, ໂດຍສະເພາະ ຈະສ້າງເປັນພື້ນຖານແກ່ການພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ.
        ພື້ນຖານການພັດທະນາໃນອະນາຄົດ
        ໜຶ່ງໃນບັນດາເນື້ອໃນ, ການເຄື່ອນໄຫວທີ່ໄດ້ຮັບຄວາມສົນໃຈທີ່ສຸດໃນສັບປະດາຂັ້ນສູງ APEC 28 ນັ້ນແມ່ນການຮັບຮອງເອົາແຜນການຜັນຂະຫຍາຍວິໄສທັດ APEC ຮອດປີ 2040. ແຜນການຜັນຂະຫຍາຍວິໄສທັດ APEC ຮອດປີ 2040 ໄດ້ຮັບຖືວ່າ ແມ່ນບາດກ້າວເດີນສຳຄັນຂອງ APEC ໃນການສ້າງຕັ້ງພື້ນຖານທີ່ຈະແຈ້ງ ແລະ ໝັ້ນແກ່ນກວ່າແກ່ການພັດທະນາຂອງພາກພື້ນ ອາຊີ - ປາຊີຟິກ ໃນສອງທົດສະວັດຈະມາເຖິງ. ວິໄສທັດດັ່ງກ່າວ ໂດຍການນຳບັນດາປະເທດສະມາຊິກ APEC ຮັບຮອງເອົາໃນເດືອນພະຈິກ 2020 ດ້ວຍເປົ້າໝາຍ ມຸ່ງໄປເຖິງ “ປະຊາຄົມ ອາຊີ - ປາຊີຟິກ ເປີດກວ້າງ, ຂະຫຍັນຂັນເຄື່ອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສັນຕິພາບ ໃນປີ 2040, ເພື່ອຄວາມວັດທະນາຖາວອນຂອງປະຊາຊົນທຸກຄົນ ແລະ ຄົນລຸ້ນຕໍ່ໄປ.”
        ໃນສັບປະດາຂັ້ນສູງ APEC 28, ເດືອນກໍລະກົດ ຜ່ານມາ, ນິວຊີແລນ ໄດ້ຈັດກອງປະຊຸມບໍ່ເປັນທາງການ ລະຫວ່າງການນຳບັນດາປະເທດ ໃນ APEC ຄັ້ງທຳອິດ. ກອງປະຊຸມດັ່ງກ່າວ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບມາດຕະການເພີ່ມທະວີການຮ່ວມມືໃນພາກພື້ນ ແນໃສ່ຜ່ານຜ່າວິກິດການດ້ານສາທາລະນະສຸກ ແລະ ຍູ້ໄວການຟື້ນຟູເສດຖະກິດຢູ່ ອາຊີ - ປາຊີຟິກ.
        ອາດເຫັນໄດ້ວ່າ ທຸກບາດກ້າວເດີນຂອງ APEC ທີ່ໄດ້ຜັນຂະຫຍາຍໃນໄລຍະຜ່ານມາ ລ້ວນແຕ່ມຸ່ງໄປເຖິງການສ້າງຕັ້ງພື້ນຖານທີ່ມີສະຖຽນລະພາບ, ໝັ້ນແກ່ນ ແລະ ມີຄວາມເປັນໄປໄດ້ສູງກວ່າແກ່ການພັດທະນາຂອງພາກພື້ນ ອາຊີ - ປາຊີຟິກ ໃນໄລຍະກາງ ແລະ ໄລຍະຍາວ, ຮັບປະກັນໃຫ້ພາກພື້ນ ອາຊີ - ປາຊີຟິກ ສືບຕໍ່ແມ່ນພາກພື້ນນຳໜ້າໃນການຟື້ນຟູ, ພັດທະນາ ແລະ ເປັນແຫ່ງຮ່ວມສຳພັນເສດຖະກິດຂອງໂລກໃນອະນາຄົດ./.  
(ແຫຼ່ງຄັດຈາກ VOV)


top