ຂ່າວສານ

APEC 2027 ແມ່ນກາລະໂອກາດເພື່ອໂຄສະນາພາບພົດ ແລະ ຜົນງານການພັດທະນາຂອງ ຫວຽດນາມ

ເລື່ອງເປັນຄັ້ງທີ 3 ທີ່ ຫວຽດນາມ ຮັບບົດບາດເປັນປະເທດເຈົ້າພາບຈັດ APEC ແມ່ນກາລະໂອກາດຢ່າງໃຫຍ່ຫຼວງເພື່ອໃຫ້ ຫວຽດນາມ ໂຄສະນາພາບພົດ ແລະ ບັນດາຜົນງານໃນຫຼາຍປີຜ່ານມາ.
ທ່ານ Marcelo Rodríguez, ຫົວໜ້າກົມພົວພັນສາກົນ ພັກກອມມູນິດ ອາກຊັງຕິນ (ພາບ: VNA)

ເລື່ອງ ຫວຽດ​ນາມ ເປັນ​ເຈົ້າພາບ​ຈັດ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ ​ອາຊີ - ປາຊີ​ຟິກ (APEC) ປີ 2027 ບໍ່​ພຽງ​ແຕ່​ເປີດ​ກາລະ​ໂອກາດ​ຊຸກຍູ້​ບັນດາ​ບຸລິມະສິດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດຢູ່​ພາກ​ພື້ນ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ເທດ​ແນະນຳ​ບັນດາ​ຜົນງານ​ການ​ພັດທະນາ​ຢ່າງ​ກວ້າງຂວາງ ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຄູ່​ຮ່ວມ​ມື​ສາກົນ. ທ່ານ Marcelo Rodríguez, ຫົວໜ້າກົມພົວພັນສາກົນ ພັກກອມມູນິດ ອາກ​ຊັງ​ຕິນ, ໄດ້ຍົກ​ອອກ​ຂໍ້​ສັງ​ເກດ​ດັ່ງ​ກ່າວເມື່ອ​ເຕື້ອງເຖິງບົດບາດ​ເປັນ​ປະ​ເທດ​ເຈົ້າ​ພາບຈັດ APEC 2027 ຂອງ ຫວຽດນາມ.

ທ່ານ Marcelo Rodríguez ​ເນັ້ນ​ໜັກ​ວ່າ ເລື່ອງ​ເປັນ​ຄັ້ງ​ທີ 3 ​ທີ່ ຫວຽດນາມ ຮັບ​ບົດ​ບາດ​ເປັນ​ປະ​ເທດ​ເຈົ້າພາບຈັດ APEC ​ແມ່ນ​ກາລະ​ໂອກາດຢ່າງ​ໃຫຍ່​ຫຼວງ​ເພື່ອ​ໃຫ້​ ຫວຽດນາມ ໂຄສະນາ​ພາບ​ພົດ ​ແລະ ບັນດາ​ຜົນງານ​ໃນ​​ຫຼາຍ​ປີ​ຜ່ານ​ມາ. ທ່ານ​​ໃຫ້​ຂໍ້​ສັງ​ເກດ​ວ່າ APEC ພ້ອມ​ກັບ​ ອາ​ຊຽນ ​ແລະ ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ອື່ນ​ພວມ​ດຳ​ເນີນ​ຢູ່ ​ອາຊີ - ປາຊີ​ຟິກ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ບົດບາດທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ພາກ​ພື້ນ​ນີ້​ໃນ​ດ້ານ​ການ​ຄ້າ ​ແລະ ການ​ເມືອງ​ສາກົນ.


top