ຂ່າວສານ

APEC 2022: ເອົາ​ໃຈ​ໃສ່​ຜົນ​ປະ​ໂຫຍດ​ລວມ ແນ​ໃສ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ໃຫ້​ທຸກ​ຝ່າຍ

ວັນທີ 16 ພະຈິກ, ຢູ່ບາງກອກ, ປະເທດ ໄທ, ບັນດາເຈົ້າໜ້າທີ່ອາວຸໂສ (SOM) ໄດ້ສິ້ນສຸດວາລະປຶກສາຫາລືດ້ວຍການຍົກອອກຮ່າງ “ບັນດາເປົ້າໝາຍ ບາງກອກ” ສຳລັບຮູບແບບເສດຖະກິດຊີວະວິທະຍາ - ໝູນວຽນ - ສີຂຽວ (BCG) ຂອງ ໄທ - ປະເທດເຈົ້າພາບ APEC 2022.

ວັນທີ 16 ພະຈິກ, ຢູ່ບາງກອກ, ປະເທດ ໄທ, ບັນດາເຈົ້າໜ້າທີ່ອາວຸໂສ (SOM) ໄດ້ສິ້ນສຸດວາລະປຶກສາຫາລືດ້ວຍການຍົກອອກຮ່າງ “ບັນດາເປົ້າໝາຍ ບາງກອກ” ສຳລັບຮູບແບບເສດຖະກິດຊີວະວິທະຍາ - ໝູນວຽນ - ສີຂຽວ (BCG) ຂອງ ໄທ - ປະເທດເຈົ້າພາບ APEC 2022.

  ວາລະປຶກສາຫາລືໃນວັນທີ 16 ພະຈິກ  

ພາຍຫຼັງການປະຊຸມໃນ 3 ມື້ທຳອິດຂອງສັບປະດາຂັ້ນສູງ ເວທີປາໄສເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 29, ວັນທີ 16 ພະຈິກ, ຢູ່ບາງກອກ, ປະເທດ ໄທ, ບັນດາເຈົ້າໜ້າທີ່ອາວຸໂສ (SOM) ໄດ້ສິ້ນສຸດວາລະປຶກສາຫາລືດ້ວຍການຍົກອອກຮ່າງ “ບັນດາເປົ້າໝາຍ ບາງກອກ” ສຳລັບຮູບແບບເສດຖະກິດຊີວະວິທະຍາ - ໝູນວຽນ - ສີຂຽວ (BCG) ຂອງ ໄທ - ປະເທດເຈົ້າພາບ APEC 2022. ບັນດາຜູ້ແທນເຂົ້າຮ່ວມກອປງະຊຸມ ບັນລຸໄດ້ຄວາມເຫັນດີເປັນເອກະພາບຕໍ່ທຸກເນື້ອໃນຂອງຮ່າງດັ່ງກ່າວ. ສິ່ງນີ້ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງວ່າ ເລື່ອງ 21 ພື້ນຖານເສດຖະກິດສະມາຊິກ ເຖິງວ່າ ມີຄວາມແຕກໂຕນກັນກໍຕາມ ແຕ່ທຸກໆປະເທດລ້ວນແຕ່ມີຄວາມຢາກມຸ່ງໄປເຖິງການພັດທະນາແບບຍືນຍົງ.

ເມື່ອຕອບສຳພາດຕໍ່ນັກຂ່າວໃນການຖະແຫຼງຂ່າວສິ້ນສຸດວາລະປະຊຸມ SOM, ທ່ານ ທານີ ທອງພັກດີ, ປະທານ SOM APEC 2022, ຢັ້ງຢືນວ່າ:

“ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອເວົ້າວ່າ ໄທ ໄດ້ນຳພາ APEC 2022 ຜ່ານຜ່າປີທີ່ມີຫຼາຍກໍລະນີພິເສດ, ແລະ ປັດຈຸບັນ ພວກເຮົາໃກ້ຈະເຖິງເສັ້ນໄຊແລ້ວ. ຂ້າພະເຈົ້າຫວັງວ່າ APEC 2022 ຈະໄດ້ຈົດຈຳປຽບເໝືອນດັ່ງເປັນຈຸດເວລາທີ່ທົ່ວພາກພື້ນພ້ອມກັນກັບມາເຂັ້ມແຂງອີກຄັ້ງ ພາຍຫຼັງໂລກລະບາດ, ເຊິ່ງແມ່ນຈຸດເວລາທີ່ພວກເຮົາເຊື່ອມຕໍ່ການຄ້າ, ການທ່ອງທ່ຽວຄືນໃໝ່  ແລະ ຕັດສິນໃຈສຸມໃສ່ຜົນປະໂຫຍດ ແລະ ຄວາມມຸ່ງມາດປາດຖະໜາລວມ ເພື່ອຊຸກຍູ້ການຮ່ວມມື ເພື່ອຄວາມວັດທະນາຖາວອນຂອງປະຊາຊົນທຸກຄົນ ແລະ ລຸ້ນຄົນຕ່າງໆໃນອະນາຄົດ.”


top