ຂ່າວສານ

APEC 2021 ວາງອອກກອບຟື້ນຟູເສດຖະກິດຫຼັງໂລກລະບາດໂຄວິດ 19

      ໃນຖະແຫຼງການຮ່ວມໄດ້ຮັບຮອງເອົາທີ່ກອງປະຊຸມ, ບັນດາການນຳ APEC ຢັ້ງຢືນຄວາມຕັດສິນໃຈ ນຳໃຊ້ທຸກເຄື່ອງມືເສດຖະກິດມະຫາພາກທີ່ມີໃນປະຈຸບັນ ເພື່ອແກ້ໄຂບັນດາຜົນຮ້າຍຈາກໂລກລະບາດໂຄວິດ 19.
ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern (ພາບ: AFP/TTXVN)
      ກອງປະຊຸມບັນດາການນຳເສດຖະກິດ ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ຄັ້ງທີ 28 ທີ່ໄດ້ຈັດຂຶ້ນແບບທາງໄກເມື່ອວັນທີ 12 ພະຈິກ ໂດຍພາຍໃຕ້ການເປັນປະທານຂອງປະເທດເຈົ້າພາບ ນິວຊີແລນ. ໃນຖະແຫຼງການຮ່ວມໄດ້ຮັບຮອງເອົາທີ່ກອງປະຊຸມ, ບັນດາການນຳ APEC ຢັ້ງຢືນຄວາມຕັດສິນໃຈ ນຳໃຊ້ທຸກເຄື່ອງມືເສດຖະກິດມະຫາພາກທີ່ມີໃນປະຈຸບັນ ເພື່ອແກ້ໄຂບັນດາຜົນຮ້າຍຈາກໂລກລະບາດໂຄວິດ 19, ຮັກສາການຟື້ນຟູເສດຖະກິດ ພ້ອມທັງຮັກສາລັກສະນະຍືນຍົງຂອງປີການເງິນໄລຍະຍາວ. ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາການນຳໄດ້ໃຫ້ຄຳໝັ້ນສັນຍາ ຈະຢຸດຕິການເພີ່ມການອຸດໜູນໃຫ້ແກ່ເຊື້ອເພີງຟອດຊິວ, ອັນໄດ້ສ້າງພື້ນຖານໃຫ້ແກ່ການປຶກສາຫາລືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໃນກອງປະຊຸມຄັ້ງຕ່າງໆຂອງ APEC ໃນອະນາຄົດ. ທີ່ກອງປະຊຸມ, ບັນດາການນຳເສດຖະກິດ APEC ກໍ່ໄດ້ຮັບຮອງເອົາແຜນການເຄື່ອນໄຫວເພື່ອຜັນຂະຫຍາຍວິໄສທັດ APEC ຮອດປີ 2040.
(ແຫຼ່ງຄັດຈາກ VOV)


top