ຂ່າວສານ

APEC 2017 ຢັ້ງຢືນບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ

      ສະຫລຸບບັນດາຜົນສຳເລັດຂອງປີ APEC ຫວຽດນາມ 2017, ພິເສດແມ່ນສັບປະດາຂັ້ນສູງ APEC, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ມີບົດຂຽນກ່ຽວກັບບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ພາຍຫລັງຜົນສຳເລັດຂອງປີ APEC ແລະ ສັບປະດາຂັ້ນສູງ.
 
            ດ້ວຍຫົວຂໍ້ວ່າ “ຜົນສຳເລັດຂອງປີ APEC 2017 ແລະ ສັບປະດາຂັ້ນສູງ ດ້ວຍບົດບາດ ແລະ ທີ່ຕັັັ້ງຂອງ ຫວຽດນາມ”, ທ່ານປະທານປະເທດເນັ້ນໜັກວ່າ: ສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 25 ດຳເນີນໄປຢູ່ນະຄອນ ດ່າໜັງ ແຕ່ວັນທີ 06 – 11 ພະຈິກ 2017 ແລະ ປີ APEC ຫວຽດນາມ 2017 ແມ່ນຜົນງານການຕ່າງປະເທດພົ້ນເດັ່ນຂອງ ຫວຽດນາມ; ປະກອບສ່ວນຍົກສູງບົດບາດຂອງ APEC ແມ່ນກົນໄກຮ່ວມມືເສດຖະກິດແຖວໜ້າພາກພື້ນ ໃນໂລກພວມປ່ຽນແປງຢ່າງວ່ອງໄວ ດ້ວຍບັນດາການຫັນປ່ຽນທີ່ມີລັກສະນະບາດລ້ຽວ.
        ບັນດາໝາກຜົນທີ່ບັນລຸໄດ້ໃນປີ APEC 2017 ຈະສ້າງທ່ວງທ່າ ເພື່ອໃຫ້ ຫວຽດນາມ ຮັບບັນດາຖານະຕຳແໜ່ງໃຫຍ່ຂອງສາກົນໃນຊຸມປີຈະມາເຖິງ, ໃນນັ້ນ ມີການອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ແລະ ປະທານ ອາຊຽນ 2020.
        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ສັບປະດາຂັ້ນສູງ APEC 2017 ຍັງປະກອບສ່ວນສຳຄັນ ເຮັດໃຫ້ການພົວພັນລະຫວ່າງພື້ນຖານເສດຖະກິດສະມາຊິກ ແລະ ລະຫວ່າງ ຫວຽດນາມ ກັບບັນດາປະເທດສະມາຊິກ APEC ເລິກເຊິ່ງກ່ວາ.
 (ແຫຼ່ງຄັດຈາກ VOV)

top