ຂ່າວສານ

APEC 2017: ພົບປະເຈລະຈາສ້າງ ອາຊີ - ປາຊີຟິກ ໃຫ້ມີຄວາມສະໜິດຕິດພັນ ແລະ ທົ່ວເຖິງ

      ວັນທີ 21 ພຶດສະພາ, ເນື່ອງໃນໂອກາດກອງປະຊຸມບັນດາລັດຖະມົນຕີຮັບຜິດຊອບດ້ານການຄ້າຄັ້ງທີ 23 (MRT 23) ຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ດຳເນີນ ການພົບປະເຈລະຈາກ່ຽວກັບ ການກໍ່ສ້າງ ອາຊີ - ປາຊີຟິກ ໃຫ້ມີຄວາມສະໜິດຕິດພັນ ແລະ ທົ່ວເຖິງ”.

ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 
      ບັນດາຜູ້ແທນຕີລາຄາສູງຂໍ້ລິເລີ່ມຂອງ ຫວຽດນາມ ໃນການຈັດຕັ້ງການພົບປະເຈລະຈາ ແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມື, ຮ່ວມສຳພັນໃນພາກພື້ນ; ສ້າງເປັນ ອາຊີ - ປາຊີຟິກ ທີ່ມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ. ບັນດາຜູ້ແທນເນັ້ນໜັກວ່າ ບົດບາດສຳຄັນຂອງ ອາຊີ - ປາຊີຟິກ ແມ່ນບ່ອນສ້າງແນວຄວາມຄິດຮ່ວມມື, ຮ່ວມສຳພັນ. ອາຊີ - ປາຊີຟິກ ແມ່ນພາກພື້ນນຳໜ້າຂອງການເຕີບໂຕ ແລະ ຮ່ວມສຳພັນເສດຖະກິດທົ່ວໂລກ.
(ແຫຼ່ງຄັດຈາກ VOV)

top