ຂ່າວສານ

AMM 29 ຮັບຮອງເອົາເອກະສານສຳຄັນ 4 ສະບັບ

      AMM 29 ຮັບຮອງເອົາເອກະສານສຳຄັນ 4 ສະບັບ ເພື່ອຍື່ນສະເໜີຕໍ່ກອງປະຊຸມຂັ້ນສູງບັນດາການນຳເສດຖະກິດ APEC. 

ທ່ານ ຟ້າມບີງມິງ ແລະ ທ່ານ ເຈີ່ນຕ໋ວາແອງ 
      ໝາກຜົນນີ້ ບັນລຸໄດ້ພາຍຫລັງ 3 ວາລະປະຊຸມຂອງກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດ APEC ຄັ້ງທີ 29 (AMM 29) ທີ່ຫາກໍ່ສິ້ນສຸດລົງໃນຕອນເຊົ້າວັນທີ 09 ພະຈິກ ຢູ່ດ່າໜັງ. ທີ່ການປະຊຸມຂ່າວສາກົນໃນຕອນບ່າຍວັນທີ 09 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໃຫ້ຮູ້ວ່າ: ເອກະສານ 4 ສະບັບນັ້ນ ລວມມີ ຂອບເຂດຫັນການຄ້າເອເລັກໂຕນິກຂ້າມຊາຍແດນເປັນສະດວກ; ຍຸດທະສາດ APEC ກ່ຽວກັບບັນດາວິສາຫະກິດຂະໜາດນ້ອຍສຸດ, ນ້ອຍ ແລະ ກາງ, ໝັ້ນຄົງ ແລະ ມີຫົວຄິດປະດິດສ້າງ; ແຜນການດຳເນີນງານຫລາຍປີ ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການປ່ຽນແປງຂອງດິນຟ້າອາກາດໄລຍະ 2018 – 2020 ແລະ ໂຄງການດຳເນີນງານກ່ຽວກັບການພັດທະນາຊົນນະບົດຕົວເມືອງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ກ່າວວ່າ:
ໃນສະພາບການໂລກ ແລະ ພາກພື້ນມີການປ່ຽນແປງຫລາຍຢ່າງ, APEC ສືບຕໍ່ເສີມຂະຫຍາຍບົດບາດແມ່ນກົນໄກຮ່ວມມືເສດຖະກິດແຖວໜ້າພາກພື້ນ ແລະ ຢັ້ງຢືນລັກສະນະໄຫວພິບ, ຄວາມສາມາດຮັບມືສູງ. ບັນດາລັດຖະມົນຕີໄດ້ຢືນຢັນຄວາມຕັດສິນໃຈຮັກສາທ່າຮ່ວມມື ແລະ ຮ່ວມສຳພັນໃນ APEC. ດ້ວຍຄວາມຕັດສິນໃຈນັ້ນ ບັນດາລັດຖະມົນຕີໄດ້ປຶກສາຫາລືບັນດາມາດຕະການລະອຽດ ເພື່ອຊຸກຍູ້ການຄ້າເສລີ ແລະ ຫັນການລົງທຶນຢູ່ພາກພື້ນເປັນສະດວກ.
ສ່ວນທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈີ່ນຕ໋ວນແອງ ປະທານຮ່ວມ AMM 29 ຕີລາຄາວ່າ:
ບັນດາເນືື້ອໃນເຊິ່ງບັນດາລັດຖະມົນຕີໄດ້ປຶກສາຫາລື ແລະ ຮັບຮອງເອົານັ້ນ ມີຄວາມສ້າງເປັນພື້ນຖານ ເພື່ອໃຫ້ການນຳບັນດາພື້ນຖານເສດຖະກິດຮັບຮອງເອົາ. ບັນດາເນື້ອໃນນີ້ ມີລັກສະນະຮອບດ້ານ, ເປັນຫລາຍຮູບຫລາຍແບບທີ່ສຸດ, ໄດ້ສ່ອງແສງໃຫ້ເຫັນຄວາມເອົາໃຈໃສ່ ແລະ ຜົນປະໂຫຍດຂອງບັນດາພື້ນຖານເສດຖະກິດ APEC”.
 (ແຫຼ່ງຄັດຈາກ VOV)

top