ຂ່າວສານ

AmCham ຫວຽດນາມ ຕີລາຄາສູງປະຕິກິລິຍາຂອງ ຫວຽດນາມ ຕໍ່ອັດຕາພາສີໃໝ່ຂອງ ອາເມລິກາ

AmCham ຫວຽດນາມ ຖືວ່າ ອາເມລິກາ ຕ້ອງສະຫງວນເວລາເພື່ອປຶກສາຫາລື ແລະ ຊັ່ງຊາບັນດາຂໍ້ສະເໜີມີຜົນປະໂຫຍດຕໍ່ຕົນເອງ.
(ພາບປະກອບ: congthuong.vn)

ວັນທີ 08 ເມສາ, ສະມາຄົມການຄ້າ ອາເມລິກາ ປະຈຳ ຫວຽດນາມ (AmCham ຫວຽດນາມ) ໄດ້ອອກແຈ້ງການຕີລາຄາສູງບັນດາປະຕິກິລິຍາຢ່າງໄວ ແລະ ເໝາະສົມຂອງລັດຖະບານ ຫວຽດນາມ ຕໍ່ອັດຕາພາສີໃໝ່ຂອງ ອາເມລິກາ; ສະແດງຄວາມປະຕິຊົມຊື່ນກ່ຽວກັບການໂອ້ລົມທາງໂທລະສັບມີລັກສະນະສ້າງສັນລະຫວ່າງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Donald Trump ໃນວັນທີ 04 ເມສາ. AmCham ຫວຽດນາມ ຕີລາຄາສູງການຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ ເມື່ອແກ້ໄຂໂດຍກົງສຳລັບໜຶ່ງໃນບັນດາຄວາມວິຕົກກັງວົນທີ່ ອາເມລິກາ ຍົກອອກມາກ່ຽວກັບພາສີອາກອນ “ບໍ່ທຽບເທົ່າ”.

AmCham ຫວຽດນາມ ຖືວ່າ, ບັນດາການສົນທະນາລະຫວ່າງ 2 ລັດຖະບານຈະນຳມາເຊິ່ງໂອກາດທີ່ດີໃຫ້ແກ່ບັນດານັກສົ່ງອອກຂອງ ອາເມລິກາ, ລວມທັງບັນດານັກຜະລິດໃນຂົງເຂດກະສິກຳ. ວິສາຫະກິດ ອາເມລິກາ ປາດຖະໜາຢາກຊຸກຍູ້ສັນຍາການຄ້າເສລີກັບ ຫວຽດນາມ.

ສະໜັບສະໜູນຂໍ້ສະເໜີໂຈະການຈັດວາງພາສີເພື່ອດຳເນີນການເຈລະຈາຂອງລັດຖະບານ ຫວຽດນາມ, AmCham ຫວຽດນາມ ຖືວ່າ ອາເມລິກາ ຕ້ອງສະຫງວນເວລາເພື່ອປຶກສາຫາລື ແລະ ຊັ່ງຊາບັນດາຂໍ້ສະເໜີມີຜົນປະໂຫຍດຕໍ່ຕົນເອງ.


top