ຂ່າວສານ

AIPA41: ບັນດາປະເທດຕີລາຄາສູງ ວຽກງານກະກຽມຂອງ ຫວຽດນາມ

      ຕາມທ່ານນາງເລຂາທິການໃຫຍ່ສະພາລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ຫງວຽນເຕື່ອງເວິນ ແລ້ວ, ວຽກງານກະກຽມຢ່າງຮອບຄອບຖີ່ຖ້ວນ, ເປັນມືອາຊີບຂອງສະພາແຫ່ງຊາດ ຫວຽດນາມໃຫ້ແກ່ກອງປະຊຸມ AIPA – 41 ໄດ້ສ້າງຄວາມປະທັບໃຈອັນດີງາມ ແລະ ຄວາມເຊື່ອໝັ້ນຕໍ່ເພື່ອນມິດສາກົນ ແລະ ພາກພື້ນ;

ທ່ານນາງເລຂາທິການໃຫຍ່ສະພາລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ຫງວຽນເຕື່ອງເວິນ (ພາບ: TTXVN)
      ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ຢູ່ ຈາກາຕາ ກ່ອນທີ່ຈະຈັດເຫດການສຳຄັນນີ້, ທ່ານ ຫງວຽນເຕື່ອງເວິນ ໃຫ້ຮູ້ວ່າ: ຫົວຂໍ້ຕົ້ນຕໍຂອງກອງປະຊຸມປີນີ້ ແມ່ນ “ການທູດລັດຖະສະພາເພື່ອປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” , ຕິດແທດກັບຫົວຂໍ້ຂອງປີປະທານ ອາຊຽນ ແມ່ນເພື່ອແນໃສ່ ສ້າງຄວາມເຫັນດີເຫັນພ້ອມສູງໃນບັນດາປະເທດສະມາຊິກ ແລະ ສືບທອດໝາກຜົນຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ເປັນຕົ້ນແມ່ນ ບັນດາຂໍ້ລິເລີ່ມຂອງ ຫວຽດນາມ ໄດ້ຮັບການຮັບຮູ້ ແລະ ສະໜັບສະໜູນຈາກປະເທດຕ່າງໆ.
(ແຫຼ່ງຄັດຈາກ VOV)

 

top