ຂ່າວສານ

AIPA ສະແດງໃຫ້ເຫັນທີ່ຕັ້ງ, ບົດບາດທາງການທູດຂອງ ຫວຽດນາມ

      AIPA - 41 ດ້ວຍຈຸດປະສົງແມ່ນຊຸກຍູ້ຄວາມສາມັກຄີ, ຄວາມເປັນເອກະພາບ, ນຳພາບັນດາຄວາມມານະພະຍາຍາມລວມ ເພື່ອໃຫ້ AIPA ປະກອບສ່ວນໃຫ້ແກ່ ອາຊຽນ ໃນວິວັດທະນາການສ້າງປະຊາຄົມ
            ຕອນເຊົ້າວັນທີ 04 ກັນຍາ, ທີ່ຫໍສະພາແຫ່ງຊາດ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ, ຫົວໜ້າຄະນະຈັດຕັ້ງ AIPA - 41, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA -  41, ໄດ້ເປັນປະທານກອງປະຊຸມຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA - 41.

ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ (ພາບ:  sggp.org.vn)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ ຢືນຢັນວ່າ:
        “ພວກເຮົາເຂົ້າຮ່ວມດ້ວຍຈິດໃຈເປັນເຈົ້າການ ໄດ້ຮັບຄວາມເຊື່ອໝັ້ນຈາກເພື່ອນມິດສາກົນ. ນີ້ແມ່ນກອງປະຊຸມທີ່ມີເພື່ອນມິດສາກົນເຂົ້າຮ່ວມຫລາຍທີ່ສຸດ. ສະນັ້ນ ຮຽກຮ້ອງໃຫ້ພວກເຮົາຕ້ອງມານະພະຍາຍາມ, ສະແດງໃຫ້ເຫັນທີ່ຕັ້ງ, ບົດບາດທາງການທູດຂອງ ຫວຽດນາມ.
        AIPA - 41 ດ້ວຍຈຸດປະສົງແມ່ນຊຸກຍູ້ຄວາມສາມັກຄີ, ຄວາມເປັນເອກະພາບ, ນຳພາບັນດາຄວາມມານະພະຍາຍາມລວມ ເພື່ອໃຫ້ AIPA ປະກອບສ່ວນໃຫ້ແກ່ ອາຊຽນ ໃນວິວັດທະນາການສ້າງປະຊາຄົມ, ພິເສດໃນສະເພາະໜ້າ ແມ່ນຜ່ານຜ່າບັນດາຜົນກະທົບທີ່ຫຍໍ້ທໍ້ຈາກໂລກລະບາດໂຄວິດ-19.
(ແຫຼ່ງຄັດຈາກ VOV)


top