ອາຊຽນ

AIPA-43: ປະກອບສ່ວນ ສ້າງພື້ນຖານນິຕິກຳລວມ ໃຫ້ແກ່ຊາຍຄາ ASEAN

ພາຍຫຼັງເຮັດວຽກຢ່າງຕັ້ງໜ້າ ແລະ ຮີບດ່ວນເປັນເວລາ 5 ວັນ, ກອງປະ ຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ບັນດາປະເທດ ອາຊີ ຕາເວັນອອກສ່ຽງໃຕ້ ຄັ້ງທີ 43 (AIPA-43) ພາຍໃຕ້ຫົວຂໍ້ ພ້ອມກັນຈະ ເລີນກ້າວໜ້າ ເພື່ອ ASEAN ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມ ລວມ ແລະ ຍືນຍົງ

ພາຍຫຼັງເຮັດວຽກຢ່າງຕັ້ງໜ້າ ແລະ ຮີບດ່ວນເປັນເວລາ 5 ວັນ, ກອງປະ ຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ບັນດາປະເທດ ອາຊີ ຕາເວັນອອກສ່ຽງໃຕ້ ຄັ້ງທີ 43 (AIPA-43) ພາຍໃຕ້ຫົວຂໍ້ ພ້ອມກັນຈະ ເລີນກ້າວໜ້າ ເພື່ອ ASEAN ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມ ລວມ ແລະ ຍືນຍົງໄດ້ຮັບຮອງເອົາຫຼາຍມະຕິ ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມ ຂອງ ໝູ່ຄະນະເພື່ອເປົ້າໝາຍລວມ, ແບ່ງປັນຜົນປະ ໂຫຍດ ແລະ ຮ່ວມກັນແກ້ໄຂ ບັນດາສິ່ງທ້າທາຍ ທ່ີສັບສົນ ຂອງ ພາກພື້ນ ແລະ ສາກົນ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ນໍາຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວປາໄສ ທີກອງປະຊຸມ AIPA-43.   

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງເຫວ້ນຳໜ້າຄະນະ​ຜູ້​ແທນ​ຂັ້ນສູງເຂົ້າ​ຮ່ວມ​ກອງ​ປະ​ຊຸມ AIPA-43.  ພາບ: VNA

ນີ້ແມ່ນກອງປະຊຸມໃຫ່ຍຄັ້ງທໍາອິດ ຂອງ AIPA ທ່ີໄດ້ຈັດຂຶ້ນໂດຍກົງ ພາຍຫຼັງການແຜ່ລະບາດ ຂອງ ໂຄວິດ 19 ເປັນເວລາ 2 ປີ. ຫົວຂໍ້ຂອງກອງປະຊຸມສະມັດຊາໃຫ່ຍຄັ້ງນີ້ ແມ່ນສອດຄ່ອງກັບຫົວຂໍ້ລວມ ຂອງ ASEAN ໃນປີນີ້ຄື: “ASEAN ເຄື່ອນໄຫວ ເພື່ອຮັບມືກັບສິ່ງທ້າທາຍ” ສະແດງສານ ທ່ີກວມລວມ ຂອງ AIPA ແລະ ຄວາມປາຖະໜາ ຂອງ ປະເທດເຈົ້າພາບ ກໍາປູເຈຍ ໃນການຊຸກຍູ້ ສ້າງປະຊາຄົມທ່ີສະເໝີພາບ, ເຂັ້ມແຂງ ແລະ ກວມລວມ, ສອດຄ່ອງກັບຈິດໃຈຫຼັກ ຂອງ ASEAN ເພ່ືອພ້ອມກັນມຸ່ງສູ່ໜຶ່ງວິໄສທັດ, ໜຶ່ງເອກະລັກ, ໜຶ່ງປະຊາຄົມ, ປະກອບສ່ວນ ຊຸກຍູ້ການຟື້ນຟູທາງເສດຖະກິດ, ລົດຊ່ອງວ່າງໃນການພັດທະນາ ແລະ ການເຊື່ອມຕໍ່ພາກພື້ນ, ພັດທະນາແຫຼ່ງຊັບພະຍາ ກອນມະນຸດ, ຄວາມສະຫງົບປອດໄພ ຂອງ ສັງຄົມ, ການເຂົ້າຮ່ວມ ຂອງ ແມ່ຍິງ ແລະ ຊາວໜຸ່ມ ໃນການສ້າງ ແລະ ຮັກສາສັນຕິພາບ, ການພັດທະນາ ແລະ ສົ່ງເສີມການແລກປ່ຽນ ປະຊາຊົນ ຢ່າງແຂງແຮງ.

ບັນດາຜູ້ນຳ ກຳປູເຈຍເນັ້ນໜັກລະດັບຄວາມສຳຄັນຂອງການພົວພັນທາງການທູດຂອງລັດຖະສະພາ. ພາບ: VNA

 

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງເຫວ້ ແລະບັນດາຫົວໜ້າຄະ​ນະ​ຜູ້​ແທນ​ ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ​ສົມ​ເດັດ ​ເຮັງ​ຊຳ​ຣິນ ປະ​ທານ​ສະ​ພາ AIPA-43. ພາບ: ຢວ໊ານເຕິນ/VNA.    

ໃນການປະຊຸມຄົບຄະນະ, ບັນດາການນໍາສະພາແຫ່ງຊາດ ແລະ ລັດ ຖະສະພາບັນດາປະເທດສະມາຊິກ AIPA ໄດ້ເຫັນພ້ອມເປັນເອກະສັນກັນວ່າ ບັນດາສິ່ງທ້າທາຍນີ້ ຈໍາເປັນຕ້ອງອາໄສຄວາມພະຍາຍາມຮ່ວມກັນ ຂອງ ປະຊາຄົມລະຫວ່າງປະເທດ, ໂດຍສະເພາະຢ່າງຍິ່ງແມ່ນຝ່າຍທ່ີກ່ຽວຂ້ອງ ເພື່ອໃຫ້ຄວາມຮ່ວມມືຢ່າງແໜ້ນແຟ້ນ, ປະຕິບັດຕາມກົດໝາຍລະຫວ່າງປະເທດ, ມີການເຈລະຈາຢ່າງສັນຕິ ແລະ ປະຕິບັດດ້ວຍຄວາມຮັບຜິດຊອບ.

ຜ່ານ AIPA, ສະພາແຫ່ງຊາດ ແລະ ລັດຖະສະພາ ບັນດາປະເທດ ຈະສືບຕໍ່ເພີ່ມທະວີ ກໍາລັງແຮງສັງລວມ ກັບບັນດາປະເທດ ເພື່ອຊຸກຍູ້ການຟື້ນຟູ ແບບຍືນຍົງ, ໜູນຊ່ວຍການພັດທະນາ, ສະໜັບສະໜູນການພັດ ທະນາ ໂດຍເນັ້ນມະນຸດເປັນໃຈກາງ, ບໍ່ປະໄວ້ໃຫ້ໃຜຢູ່ເບື້ອງຫຼັງ ແລະ ສ້າງສັງຄົມ ທ່ີໝັ້ນຄົງ ແລະ ພ້ອມຮັບມືກັບວິກິດການ ທ່ີຈະເກີດຂຶ້ນໃນອະນາຄົດ.

AIPA-43 ໄດ້ສຸມໃສ່ປຶກສາຫາລື ກ່ຽວກັບສັນຕິພາບ, ຄວາມໝັ້ນຄົງ, ລັດທິຫຼາຍຝ່າຍ ແລະ ຄວາມເປັນໃຈກາງ ຂອງ ASEAN. ເພີ່ມທະວີດ້ານການທູດ ຂອງ ລັດຖະສະພາ ກ່ຽວກັບຄວາມໝັ້ນຄົງການເດີນທະ ເລ, ຊຸກຍູ້ຄວາມໝັ້ນຄົງຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຊຸກຍູ້ການຮ່ວມມື ຂອງ ລັດຖະສະພາ ເພື່ອການເຕີບໂຕທາງເສດຖະກິດ ແບບກວມລວມ ແລະ ຍືນຍົງ ໂດຍຜ່ານການເຂົ້າເຖິງບັນດາມາດຖານດ້ານສິ່ງແວດລ້ອມ, ສັງຄົມ ແລະ ຄຸ້ມຄອງບໍລິຫານ (ESG); ປັບປຸງຄວາມສາມາດ ຂອງ ວິສາຫະກິດຂະໜາດນ້ອຍສຸດ, ຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ໃນການຫັນເປັນດີຈີຕອນ ແລະ ຊຸກຍູ້ການທ່ອງທ່ຽວ, ຟື້ນຟູເສດຖະກິດ, ເພີ່ມທະວີການຫັນເປັນດີຈີຕອນ ເພື່ອປົກປັກຮັກສາສັງຄົມ ຢ່າງຮອບດ້ານ. ເພີ່ມທະວີການປົກປ້ອງດ້ານສຸຂະພາບສັງຄົມ ເພື່ອແກ້ໄຂສິ່ງທ້າທາຍໃນ ASEAN, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ ເພື່ອການຟື້ນຟູ ແບບຍືນຍົງ, ກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພາຍຫຼັງການແຜ່ລະບາດ ຂອງ ໂຄວິດ-19. ເສີມຂະຫຍາຍບົດບາດ ຂອງ ສະມາຊິກສະພາເພດຍິງ ໃນການຍູ້ແຮງ ໂຄງການກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ. ເສີມຂະຫຍາຍການເຂົ້າຮ່ວມ ຂອງ ຊາວໜຸ່ມ ເພື່ອປະຊາຄົມ ASEAN ທ່ີຈະເລີນຮູ່ງເຮືອງ ແລະ ພັດທະນາແບບຍືນຍົງ.

ພິທີຮັບເອົາບັນດາປະເທດ ສັງເກດການ ຂອງ AIPA

ກອງປະຊຸມ ຍັງໄດ້ຈັດພິທີຮັບເອົາສະມາຊິກ ລັດຖະສະພາແຫ່ງຊາດ ເນປານ, ອາແຊກໄບຊານ, ຈໍເຈຍ ແລະ ສະພາ ສະຫະລັດ ອາເມລິກາ ໃນຖານະເປັນຜູ້ສັງເກດການ AIPA.

ຢູ່ນອກກອງປະຊຸມ AIPA-43, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມີການພົບປະສອງຝ່າຍ ກັບບັນດາການນໍາລັດຖະສະພາ ຂອງ ບາງປະເທດ ໃນສະມາຄົມ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ASEAN) ແລະ ບັນດາປະເທດສັງເກດການ.

ໃນກອບກອງປະຊຸມໃຫຍ່ AIPA-43, ທ່ານປະທ່ານປະທ່ານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ມີການພົບປະສອງຝ່າຍຫຼາຍຄັ້ງ. ພາບ: VNA

 

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງເຫວ້​ຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່ AIPA ຫງວຽນເຕື່ອງເວິນ. ພາບ: ຢວ໊ານເຕິນ/VNA   

ນອກນັ້ນ, ຄະນະຜູ້ແທນຫວຽດນາມ ຍັງໄດ້ເຂົ້າຮ່ວມການສົນທະນາກັບບັນດາປະເທດສັງເກດການ ຂອງ AIPA ປະກອບມີ: ອົດສະຕຣາລີ, ອາແຊກໄບຊານ, ເບລາຣຸດ, ການາດາ, ລັດຖະສະພາ ເອີຮົບ (EP), ອິນເດຍ, ຍີ່ປຸ່ນ, ສ ເກົາຫຼີ, ມາຣົກ, ເນປານ, ນອກແວ, ປາກິສຖານ, ລັດ ເຊຍ, ຕີມໍແລັດສະເຕ, ອູແກຣນ ແລະ ສ ອາເມລິກາ. ການສົນທະນາ ໄດ້ດໍາເນີນໄປທ່າມກາງບັນຍາກາດ ມິດຕະພາບ, ການຮ່ວມມື ແລະ ຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ.

ກອງປະຊຸມໃຫຍ່ AIPA-43 ໄດ້ຈົບລົງຢ່າງງົດງາມ, ໂດຍການມອບບົດບາດ ເປັນປະທານ AIPA 2022-2023 ໃຫ້ລັດຖະສະພາ ອິນໂດເນເຊຍ- ປະເທດເຈົ້າພາບ ຈັດກອງປະຊຸມ ສະມັດຊາໃຫຍ່ AIPA-44.  

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມ AIPA-43 ເພື່ອສືບຕໍ່ຜັນຂະ ຫຍາຍ ນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ, ຮອບດ້ານ, ເລິກເຊິ່ງ, ເພີ່ມທະວີການພົວພັນຕ່າງປະເທດ ຫຼາຍຝ່າຍ, ພ້ອມກັບລັດ ຖະສະພາ ສະມາຊິກ AIPA ເພີ່ມທະວີຄວາມສາມັກຄີ ແລະ ເປັນໃຈ ກາງ ຂອງ ASEAN, ຍູ້ແຮງການພົວພັນລະຫວ່າງ AIPA ກັບບັນດາຄູ່ຮ່ວມມື, ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມ ASEAN ແລະ ຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ.    

 

ບັນດາມະຕິ​ທີ່​ໄດ້​ຮັບ​ການ​ພິຈາລະນາ ​ແລະ ຮັບຮອງໂດຍ AIPA-43:
- ມະຕິ​ວ່າດ້ວຍການ​ຊຸກຍູ້​ສັນຕິພາບ, ຄວາມ​ສາມັກຄີ ​ແລະ ລັດທິຫຼາຍ​ຝ່າຍ ​ໂດຍ​ຜ່ານ​ບົດບາດເປັນ​ໃຈກາງ​ ຂອງ​ ສະມາຄົມ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ASEAN), ສະເໜີໂດຍ ​ກຳປູ​ເຈຍ.
- ມະຕິວ່າດ້ວຍ​ເພີ່ມ​ທະວີ​ ການ​ພົວພັນ​ທາງ​ການ​ທູດ ​ຂອງ ລັດຖະສະພາ ກ່ຽວກັບ​ຄວາມ​ໝັ້ນຄົງດ້ານການເດີນ​ທະ​ເລ ​ເພື່ອ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ສະເໜີໂດຍ ​ອິນ​ໂດ​ເນ​ເຊຍ. 
- ມະຕິວ່າດ້ວຍການພົວພັນທາງການທູດ ​ຂອງ ​ລັດຖະສະພາ​ປະຕິບັດ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ 5 ຂໍ້ກ່ຽວ​ກັບ​ບັນຫາ​ ມຽນມາ​ ທີ່ສະເໜີໂດຍ ​ອິນ​ໂດ​ເນ​ເຊຍ.
- ບົດ​ລາຍ​ງານ ​ຂອງ ​ສະພາ​ທ່ີປຶກສາ AIPA  ວ່່່າດ້ວຍຢາ​ເສບ​ຕິດ (AIPACODD) ຄັ້ງ​ທີ 5.
- ຮ່າງ​ມະຕິວ່າດ້ວຍ ເພິ່ມທະວີການຫັນປ່ຽນດີຈີຕອນ ເພື່ອປົກປ້ອງ ສັງ ຄົມ, ສະເໜີໂດຍ ກຳປູເຈຍ.  
- ຮ່າງ​ມະຕິ​ວ່າດ້ວຍເພີ່ມ​ທະວີ​ການ​ປົກ​ປ້ອງ​ສຸຂະພາບ​ສັງຄົມ ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ໃນ​ ASEAN, ສະເໜີໂດຍ ໄທ.      
- ຮ່າງ​ມະຕິວ່າດ້ວຍຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ​ ເພື່ອ​ປະຊາ​ຄົມ​ ASEAN ທີ່​ຈະ​ເລີ​ນຮັ່ງມີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ​ແລະ ພັດທະນາແບບຍືນ​ຍົງ ​ສະ​ເໜີໂດຍ​ ກຳປູ​ເຈຍ.
- ມະຕິ​ວ່າດ້ວຍການ​ຊຸກຍູ້​ ການ​ຮ່ວມ​ມື​ລັດຖະສະພາ​ ເພື່ອ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ​ແລະ ​ກວມລວມASEAN ໂດຍ​ຜ່ານ​ວິທີ​ການເຂົ້າເຖິງ​ດ້ານ​ສິ່ງ​ແວດ​ລ້ອມ, ສັງຄົມ ​ແລະ ຄຸ້ມຄອງບໍລິຫານ, (ESG) ສະເໜີ ໂດຍ ກໍາປູເຈຍ.
- ມະຕິ​ວ່າດ້ວຍ​ການ​ຊຸກຍູ້​ການ​ພັດທະນາ​ຄວາມ​ສາມາດ​ ຂອງ​ວິ​ສາ​ຫະກິດ​ຂະໜາດ​ ຈຸນລະພາກ, ຂະໜາດນ້ອຍ ​ແລະ ກາງ, (MSMEs) ໃນການຫັນເປັນດີຈີຕອນ, ສະເໜີໂດຍ ກໍາປູເຈຍ.    
- ມະຕິ​ວ່າດ້ວຍການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ຂະໜາດ ຈຸນລະພາກ, ຂະ​ຫນາດນ້ອຍ ​ແລະ ກາງ (MSMEs) ​ໃນຂະແໜງການທ່ອງທ່ຽວເພື່ອ ການຟື້ນຕົວທາງເສດຖະກິດ, ສະເໜີໂດຍ ອິນໂດເນຍເຊຍ. 
- ຮ່າງ​ມະຕິ​ວ່າ​ດ້ວຍ ​ການ​ຮັບຮອງ​ເອົາ​ ບົດ​ລາຍ​ງານ ​ຂອງ​ກອງ​ປະຊຸມ​ຄະນະ​ກຳມະການ​ ປະສານ​ງານ​ສະມາຊິກ​ສະພາ​ແມ່ຍິງ AIPA.
- ຮ່າງ​ມະຕິ​ວ່າດ້ວຍ ​ຄວາມ​ສະ​ເໝີ​ພາບ​ ລະຫວ່າງ ຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ ເພື່ອການຟື້ນຟູໂຄວິດ-19 ແບບກວມລວມ.      
- ມະຕິວ່າດ້ວຍການຊຸກຍູ້ບົດບາດ ຂອງສະມາຊິກສະພາແມ່ຍິງໃນການ ຊຸກຍູ້ໂຄງການເພື່ອການປ້ອງກັນຄວາມສະຫງົບ, ສັນຕິພາບ ແລະ ແມ່ ຍິງ.

 

ບົດ: VNP  ພາບ: VNA - ແປໂດຍ: ບິກລຽນ  


top