ຂ່າວສານ

AIPA 41: ຊຸກຍູ້ບັນດາຄວາມມານະພະຍາຍາມສະກັດກັ້ນໂລກລະບາດໂຄວິດ-19

      ສະພາຕ່ຳອິນໂດເນເຊຍ ໄດ້ຕີລາຄາສູງເລື່ອງສະພາແຫ່ງຊາດຫວຽດນາມ ດຳລົງຕຳແໜ່ງປະທານ AIPA ແລະ ເປັນເຈົ້າພາບຈັດຕັ້ງກອງປະຊຸມ AIPA 41 ໃນປີ 2020 ນີ້.

ທ່ານ Fadli Zon, ຫົວໜ້າກຳມາທິການຮ່ວມມືລະຫວ່າງລັດຖະສະພາ ຂຶ້ນກັບສະພາຕ່ຳອິນໂດເນເຊຍ
(ພາບ: TTXVN)
      ເຖິງວ່າໄດ້ຈັດຕັ້ງທາງອອນລາຍກໍ່ຕາມ, ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 41 (AIPA 41) ຈະແມ່ນກຳລັງໜູນອັນໃຫຍ່ຫຼວງເພື່ອໃຫ້ບັນດາລັດຖະສະພາສະມາຊິກອາຊຽນ ຢືນຢັນຄືນໃໝ່ຄຳໝັ້ນສັນຍາ ແລະ ຊຸກຍູ້ບັນດາຄວາມມານະພະຍາຍາມເພື່ອຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ນັ້ນແມ່ນຄຳຢືນຢັນຂອງທ່ານ Fadli Zon, ຫົວໜ້າກຳມາທິການຮ່ວມມືລະຫວ່າງລັດຖະສະພາ ຂຶ້ນກັບສະພາຕ່ຳອິນໂດເນເຊຍ ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ຈາກາຕາ, ກ່ອນການຈັດກອງປະຊຸມສະມັດຊາໃຫຍ່ AIPA 41, ເຊິ່ງຄາດວ່າ ຈະດຳເນີນໃນລະຫວ່າງວັນທີ 08 – 10 ກັນຍາ ຈະມາເຖິງ.
          ທ່ານ Fadli Zon ຢືນຢັນວ່າ, ສະພາຕ່ຳອິນໂດເນເຊຍ ໄດ້ຕີລາຄາສູງເລື່ອງສະພາແຫ່ງຊາດຫວຽດນາມ ດຳລົງຕຳແໜ່ງປະທານ AIPA ແລະ ເປັນເຈົ້າພາບຈັດຕັ້ງກອງປະຊຸມ AIPA 41 ໃນປີ 2020 ນີ້. ທ່ານເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງຫວຽດນາມ, AIPA ສາມາດບັນລຸໄດ້ບາດກ້າວຄືບໜ້າທີດີໃນບັນດາຄວາມມານະພະຍາຍາມຫັນອາຊຽນ ໃຫ້ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມືຢ່າງແທ້ຈິງ.
          ກ່ຽວກັບການພົວພັນຮ່ວມມືມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດລະຫວ່າງອິນໂດເນເຊຍ ແລະ ຫວຽດນາມ, ທ່ານ Fadli Zon ເນັ້ນໜັກວ່າ, ການຮ່ວມມືລັດຖະສະພາຄວນໄດ້ຮັບການຊຸກຍູ້ ບົນເນື້ອໃນຈິດໃຈຄູ່ຮ່ວມມືຍຸດທະສາດ ເພື່ອແນໃສ່ເພີມເຕີ່ມເສີມສ້າງການພົວພັນ 2 ຝ່າຍອິນໂດເນເຊຍ - ຫວຽດນາມ.
(ແຫຼ່ງຄັດຈາກ VOV)


top