ຂ່າວສານ

AFC ສະ​ແດງ​ຄວາມ​ຊົມ​ເຊີຍ​ເມື່ອ​ທິມ​ບານ​ເຕະ​ຍິງ U20 ຫວຽດ​ນາມ ຍາດ​ໄດ້​ສິດ​ເຂົ້າ​ຮອບຕໍ່​ໄປ​ໃນ​ຮອບ​ຄັດ​ເລືອກ​ການແຂ່ງ​ຂັນ​ບານ​ເຕະ​ຍິງ U20 ອາ​ຊີ 2024

ທ່ານເລຂາທິການໃຫຍ່ AFC Windsor John ໄດ້ສົ່ງຄຳອວຍພອນໃຫ້ການເດີນທາງຕໍ່ໄປຂອງທິມບານເຕະຍິງ U20 ຫວຽດນາມ ແລະ ຫວັງວ່າບັນດານັກເຕະຍິງຈະປະສົບຜົນສຳເລັດກ່ວາອີກໃນຮອບຄັດເລືອກຄັ້ງຕໍ່ໄປ, ປະກອບສ່ວນນຳບານເຕະອາຊີພັດທະນາຂຶ້ນສູ່ລະດັບສູງໃໝ່.
ທິມບານເຕະຍິງ U20 ຫວຽດນາມ (ພາບ: VFF)
ວັນທີ 13 ມີນາ, ສະຫະພັນບານເຕະອາຊີ (AFC) ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍຕໍ່ທິມບານເຕະຍິງ U20  ຫວຽດນາມ ເມື່ອຍາດໄດ້ສິດເຂົ້າຮອບຕໍ່ໄປທີ່ຮອບຄັດເລືອກການແຂ່ງຂັນບານເຕະຍິງ U20 ອາຊີ 2024, ພ້ອມທັງສົ່ງຈົດໝາຍສະແດງຄວາມຂອບໃຈສະຫະພັນບານເຕະ ຫວຽດນາມ, ຄະນະຈັດຕັ້ງປະຈຳຖິ່ນ ທີ່ໄດ້ຈັດຕັ້ງສຳເລັດຮອບຄັດເລືອກທີ 1 ຂອງການແຂ່ງຂັນຢູ່ນະຄອນວຽດຈີ່, ແຂວງຝຸເທາະ. ໃນຈົດໝາຍ, ທ່ານເລຂາທິການໃຫຍ່ AFC Windsor John ໄດ້ສົ່ງຄຳອວຍພອນໃຫ້ການເດີນທາງຕໍ່ໄປຂອງທິມບານເຕະຍິງ U20  ຫວຽດນາມ ແລະ ຫວັງວ່າບັນດານັກເຕະຍິງຈະປະສົບຜົນສຳເລັດກ່ວາອີກໃນຮອບຄັດເລືອກຄັ້ງຕໍ່ໄປ, ປະກອບສ່ວນນຳບານເຕະອາຊີພັດທະນາຂຶ້ນສູ່ລະດັບສູງໃໝ່.

top