ຂ່າວສານ

ADB ເພີ່ມທະວີກຳລັງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແກ່ລະບົບສາທາລະນະສຸກ ຢູ່ລາວ, ກຳປູເຈຍ ແລະ ຫວຽດນາມ

      ໂຄງການດັ່ງກ່າວຈະຊ່ວຍໃຫ້ສາມປະເທດ ກຳປູເຈຍ, ລາວ ແລະ ຫວຽດນາມ ຮັບຮອງເອົາບັນດາແຜນການຮັບມືທາງດ້ານສາທາລະນະສຸກລະດັບຊາດ ເພື່ອແກ້ໄຂບັນດາຄວາມສ່ຽງກ່ຽວກັບດ້ານສຸຂະພາບ ເຊິ່ງກ່ຽວຂ້ອງເຖິງອາກາດ, ລວມທັງແດດຮ້ອນ ແລະ ບັນດາພະຍາດຕິດຕໍ່.
 
ທ່ານໝໍກວດພະຍາດໃຫ້ແກ່ປະຊາຊົນຢູ່ເຂດພູສູງ (ພາບ: Vietnam+)
      ວັນທີ 20 ກໍລະກົດ, ທະນາຄານພັດທະນາ ອາຊີ (ADB) ໄດ້ປະກາດປະຕິບັດສຳເລັດຂໍ້ລິເລີ່ມໜູນຊ່ວຍດ້ານເຕັກນິກໃຫ້ແກ່ພາກພື້ນທີ່ມີລັກສະນະນຳໜ້າ ຊ່ວຍເພີ່ມທະວີກຳລັງຄວາມສາມາດຂອງບັນດາລະບົບສາທາລະນະສຸກ ຢູ່ ກຳປູເຈຍ, ລາວ  ແລະ ຫວຽດນາມ ເພື່ອແນໃສ່ຮັບມືກັບຄວາມສ່ຽງຈາກປ່ຽນແປງຂອງດິນຟ້າອາກາດ.  ໂຄງການດັ່ງກ່າວໄດ້ຮັບການອະນຸມັດຜ່ານໃນປີ 2015 ດ້ວຍບ້ວງເງິນອຸປະຖຳມີມູນຄ່າ 4,4 ລ້ານ USD ຈາກກອງທຶນພັດທະນາ ເອີຣົບເໜືອ ແລະ ແຫຼ່ງທຶນສົມທົບຈາກລັດຖະບານ 3 ປະເທດ. ໂຄງການດັ່ງກ່າວຈະຊ່ວຍໃຫ້ສາມປະເທດ ກຳປູເຈຍ, ລາວ ແລະ ຫວຽດນາມ ຮັບຮອງເອົາບັນດາແຜນການຮັບມືທາງດ້ານສາທາລະນະສຸກລະດັບຊາດ ເພື່ອແກ້ໄຂບັນດາຄວາມສ່ຽງກ່ຽວກັບດ້ານສຸຂະພາບ ເຊິ່ງກ່ຽວຂ້ອງເຖິງອາກາດ, ລວມທັງແດດຮ້ອນ ແລະ ບັນດາພະຍາດຕິດຕໍ່.
(ແຫຼ່ງຄັດຈາກ VOV)


top