ຕາມທະນາຄານ ADB ແລ້ວ, ການຍູ້ແຮງການລົງທຶນພາກລັດ, ການປັບປຸງພື້ນຖານໂຄງລ່າງ ແລະ ຊຸກຍູ້ສົ່ງເສີມການບໍລິໂພກຢູ່ພາຍໃນປະເທດແມ່ນຂໍ້ກຸນແຈຊ່ວຍໃຫ້ ຫວຽດນາມ ທັງຮັບມືກັບສິ່ງທ້າທາຍ, ທັງປັບປຸງຖານະບົດບາດໃນຕ່ອງໂສ້ມຸນຄ່າພາກພື້ນ.
ທ່ານ Shantanu Chakraborty, ຜູ້ອຳນວຍການທະນາຄານພັດທະນາ ອາຊີ (ADB) ປະຈຳ ຫວຽດນາມ (ພາບ: VGP)
ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ກ່ຽວກັບສະພາບການເສດຖະກິດ ຫວຽດນາມ ໃນປັດຈຸບັນ, ທ່ານ Shantanu Chakraborty, ຜູ້ອຳນວຍການທະນາຄານພັດທະນາ ອາຊີ (ADB) ປະຈຳ ຫວຽດນາມ, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຕ້ອງສ້າງກຳລັງໜູນເຕີບໂຕໃໝ່ຈາກການລົງທຶນພາກລັດ ແລະ ພາກເອກະຊົນ. ຕາມທະນາຄານ ADB ແລ້ວ, ການຍູ້ແຮງການລົງທຶນພາກລັດ, ການປັບປຸງພື້ນຖານໂຄງລ່າງ ແລະ ຊຸກຍູ້ສົ່ງເສີມການບໍລິໂພກຢູ່ພາຍໃນປະເທດແມ່ນຂໍ້ກຸນແຈຊ່ວຍໃຫ້ ຫວຽດນາມ ທັງຮັບມືກັບສິ່ງທ້າທາຍ, ທັງປັບປຸງຖານະບົດບາດໃນຕ່ອງໂສ້ມຸນຄ່າພາກພື້ນ. ທ່ານ Shantanu Chakraborty ໃຫ້ຮູ້ວ່າ ໃນບົດລາຍງານຫຼ້າສຸດ, ADB ໄດ້ຄາດຄະເນລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ 2025 ຈະເພີ່ມໜ້ອຍໜຶ່ງ ແຕ່ 6,6% ຂຶ້ນເປັນ 6,7%. ບັນລຸໄດ້ສິ່ງດັ່ງກ່າວແມ່ນຍ້ອນໃນ 6 ເດືອນຕົ້ນປີ 2025, ຫວຽດນາມ ບັນລຸໄດ້ລະດັບເຕີບໂຕ GDP ດີທີ່ສຸດແມ່ນ 7,5%, ສ່ວນຫຼາຍແມ່ນຍ້ອນຍູ້ແຮງບັນດາກິດຈະກຳທີ່ກ່ຽວຂ້ອງເຖິງການຄ້າ, ການສົ່ງອອກ, ກ່ອນທີ່ນະໂຍບາຍພາສີອາກອນຂອງ ອາເມລິກາ ມີຜົນສັກສິດໃນເດືອນສິງຫາຜ່ານມາ. ນອກຈາກນັ້ນ, ການຜະລິດ, ການທ່ອງທ່ຽວ ແລະ ບັນດາການບໍລິການອື່ນລ້ວນແຕ່ມີໂອກາດເຕີບໂຕຫຼາຍພໍສົມຄວນ.
ທ່ານ Shantanu Chakraborty ຖືວ່າ ໃນໄລຍະສັ້ນ, ຫວຽດນາມ ຕ້ອງໃຫ້ບຸລິມະສິດແກ່ການລົງທຶນພາກລັດ. ລັດຖະບານຕ້ອງມີນະໂຍບາຍປີການເງິນທີ່ຂະຫຍັນຂັນເຄື່ອນ, ເພີ່ມທະວີການໃຊ້ຈ່າຍສາທາລະນະໃຫ້ແກ່ບັນດາຂົງເຂດສັງຄົມເພື່ອຊ່ວຍເຫຼືອຜູ້ມີຄວາມສ່ຽງສູງກວ່າເພິ່ນ, ພ້ອມທັງເພີ່ມທະວີຄວາມຕ້ອງການບໍລິໂພກຢູ່ພາຍໃນປະເທດ