ເພີ່ມທະວີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງກ່ວາອີກ ຈະຊ່ວຍໃຫ້ການເຕີບໂຕເສດຖະກິດຢູ່ພາກພື້ນອາຊີ-ປາຊີຟິກ ວ່ອງໄວ ແລະ ຮອບດ້ານກ່ວາ. ນີ້ແມ່ນຫົວເລື່ອງຂອງບົດລາຍງານແງ່ຫວັງການພັດທະນາອາຊີ (ADO) ປີ 2020 ໂດຍທະນາຄານພັດທະນາອາຊີ (ADB) ປະກາດ ເມື່ອວັນທີ 3 ເມສາ.
(ພາບປະກອບ:AFP)
ບົດລາຍງານຊີ້ໃຫ້ເຫັນວ່າ ບັນດາປະເທດມີທ່າອ່ຽງປ່ຽນແປງໃໝ່, ມີຫົວຄິດປະດິດສ້າງກ່ວາອີກນັ້ນ, ພື້ນຖານເສດຖະກິດຈະມີການເຕີບໂຕໄວກ່ວາ ແລະກໍ່ຕາມບົດລາຍງານ, ການປ່ຽນແປງໃໝ່ແບບຍືນຍົງ ໄດ້ຮຽກຮ້ອງຕ້ອງມີກຳລັງແຮງງານທີ່ມີຄວາມຮູ້ ແລະ ວິຊາສະເພາະ. ບົດລາຍງານເນັ້ນໜັກວ່າ ການບຳລຸງສ້າງຢູ່ກັບທີ່ ກໍ່ມີຄວາມສຳຄັນທີ່ສຸດ, ບັນດາບໍລິສັດທີ່ຈັດການບຳລຸງສ້າງໃຫ້ພາລະກອນ ອາດຈະມີການປ່ຽນແປງໃໝ່ຫຼາຍກ່ວາວິສາຫະກິດທີ່ບໍ່ໄດ້ຈັດ.
ບົດລາຍງານສະຫລຸບວ່າ ບໍ່ມີທາງລັດ ເພື່ອບັນລຸໄດ້ບັນດາສັງຄົມທີ່ມີການປ່ຽນແປງໃໝ່ໃນພາກພື້ນ ແຕ່ຕ້ອງໄດ້ສ້າງຂຶ້ນດ້ວຍກຳລັງເຫື່ອແຮງຫຼາຍຢ່າງໃນໄລຍະຍາວນານ.
(ແຫຼ່ງຄັດຈາກ VOV)