ເຫດການ ແລະ ບັນຫາ

ACMECS 7 ແລະ CLMV 8: ມຸ່ງໄປສູ່ອະນຸພາກພື້ນແມ່ນຳ້ຂອງທີ່ຂະຫຍັນຂັນເຄື່ອນ ແລະ ວັດທະນາຖາວອນ

ບັນຫາໃຫ້ຄຳໝັ້ນສັນຍາຈະປົກປັກຮັກສາ, ນຳໃຊ້ແຫຼ່ງນຳ້ແມ່ນຳ້ຂອງຢ່າງມີປະສິດທິຜົນ, ຊອກຫາວິທີແກ້ໄຂຕົວຈິງເພື່ອກໍ່ສ້າງເຂດອະນຸພາກພື້ນແມ່ນຳ້ຂອງກາຍເປັນໃຈກາງເສດຖະກິດທີ່ຂະຫຍັນ ແລະ ວັດທະນາຖາວອນ ແມ່ນ ຜົນງານດີເດັ່ນທີ່ກອງປະຊຸມຂັ້ນສູງຍຸດທະສາດການຮ່ວມມືເສດຖະກິດ ອາເຢວາດີ-ເຈົ້າພະຍາ-ແມ່ຂອງ ຄັ້ງທີ 7 (ACMECS 7), ກອງປະຊຸມສັ້ນສູງກ່ຽວກັບການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມຄັ້ງທີ 8 (CLMV 8) ແລະ ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບເຂດແມ່ນ້ຳຂອງ (WEF ແມ່ຂອງ) ຫາກໍ່ໄຂຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 25 ແລະ 26 ຕຸລາ 2016.

ເພີ່ມທະວີການພົວພັນພາຍໃນກຸ່ມ:
 
ໃນຕອນບ່າຍວັນທີ 26 ຕຸລາ, ເມື່ອກ່າວປາໄສທີ່ກອງປະຊຸມ ຂ່າວສາກົນພາຍຫຼັງສິ້ນສຸດບັນດາກອງປະຊຸມ, ທ່ານນາຍົກ ລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມ ຈັດຕັ້ງ 3 ກອງປະຊຸມແມ່ນ ACMECS 7, CLMV 8, WEF ​ແມ່​ຂອງ ​ແລະ ບັນລຸ​ໄດ້ຜົນ​ສຳ​ເລັດ​ຫຼາຍ​ຢ່າງ, ​ໃນ​ນັ້ນ WEF ​ແມ່​ຂອງ​ແມ່ນ​ຫົວຄິດ​ປະດິດ​ສ້າງ​ຂອງ ຫວຽດນາມ.

​ເຂົ້າ​ຮ່ວມ​ກອງປະຊຸມ​ມີ​ການ​ນຳ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ. ພິ​ເສດ, ​ເຈົ້າພາບ​ ຫວຽດນາມ ​ໄດ້​ເຊີນ​ບັນດາ​ຄູ່​ເຈລະຈາ​ພັດທະນາ​ຄື: ທະ​ນາຄາ​ນ​ໂລກ, ສະຫະ​ປະຊາ​ຊາດ, ທະນາຄານ​ພັດທະນາ ອາຊີ, ບັນດາ​ກຸ່ມ​ບໍລິສັດ​ໃຫຍ່​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ​ໃນ​ນັ້ນ ມີ​ວິ​ສາ​ຫະກິດ ຫວຽດນາມ ຫຼາຍ​ແຫ່ງ… ມາ​ເຂົ້າ​ຮ່ວມ​ໃນ​ບັນດາ​ເຫດການ.
 
ກ່ຽວ​ກັບ​ຜົນງານ​ອັນເດັ່ນຊັດ​​ໃນ​ເນື້ອ​ໃນ​ຮ່ວມ​ມືທີ່​ສາມ​ກອງ​ປະຊຸມບັນລຸ​ໄດ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ບັນດາ​ວິທີ​ລະດົມ​​​ແຫຼ່ງກຳລັງ​ເພື່ອ​ພັດທະນາ ​ແລະ ຄົ້ນ​ຂຶ້ນ​ທ່າ​ແຮງ​ບົ່ມ​ຊ້ອນຂອງພາກ​ພື້ນ​ແມ່​ນຳ້ຂອງ.
 
ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ສະ​ເໜີ​ອອກ​ຫຼາຍ​ວິທີ​ແກ້​ໄຂ​ໃໝ່​ຄື: ການຂະຫຍາຍຕົວ​ສີ​ຂຽວ, ພະຍາຍາມ​ກໍ່ສ້າງ​ສັນ​ຄົນ​ໜຶ່ງມຸ່ງ​ໄປ​ເຖິງ​ປະຊາຊົນ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາ​ດຢ່າງ​ທັນ​ການ. ກອງ​ປະຊຸມ​ບໍ່​ພຽງ​ແຕ່​ປຶກສາ​ຫາລືບັນດາ​​ແຜນນະ​ໂຍບາຍ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ສະ​ເໜີ​ອອກຫຼາຍ​ວິທີ​ແກ້​ໄຂ​ຕົວ​ຈິງ​ເພື່ອ​ເຊື່ອມ​ຕໍ່ ACMECS ​ແລະ CLMV ອີກ​ດ້ວຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສ
ທີ່ພິທີໄຂກອງປະຊຸມຂັ້ນສູງ
ACMECS 7 ແລະ CLMV8. ພາບ: VNA



ພາບໃນພິທີໄຂກອງປະຊຸມຂັ້ນສູງ ACMECS 7 ແລະ CLMV8. ພາບ: VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາ ທ່ານຫົວໜ້າຄະນະ
ທີ່ເຂົ້າຮ່ວມ
ພິທີໄຂກອງປະຊຸມຂັ້ນສູງ ACMECS 7 ແລະ CLMV8. ພາບ: VNA



ບັນດາທ່ານຜູ້ແທນທີ່ເຂົ້າຮ່ວມພິທີໄຂກອງປະຊຸມຂັ້ນສູງ ACMECS 7 ແລະ CLMV8. ພາບ: VNA

ທີ່​ກອງ​ປະຊຸມ CLMV 8, ບັນດາ​ທ່ານ​ຜູ້ນຳ​ໄດ້​ເປັນ​ເອກະພາບ​ວ່າ ຈະ​ຜັນ​ຂະຫຍາຍ​ບັນດາ​ວິທີ​ແກ້​ໄຂ​ຕົວ​ຈິງ​ເພື່ອ​ເພີ່ມ​ທະວີ​ຄວາມ​ສະ​ໜິດຕິດ​ພັນພື້ນຖານ​ເສດຖະກິດ ​ແລະ ການ​ຕະຫຼາດ​ຂອງ 4 ປະ​ເທດ, ມຸ່ງ​ໄປ​ເຖິງ​ພາກ​ພື້ນ​ໜຶ່ງທີ່​ເຊື່ອມ​ຕໍ່​ຕະຫຼອດ. ​ໃນ​ນັ້ນ ມີ​ເລື່ອງ​ຍູ້​ໄວ​ການ​ກໍ່ສ້າງ​ບັນດາ​ເສັ້ນທາງ​ທີ່​ຍັງ​ຂາດ ​ແລະ ຍົກ​ລະດັບບັນດາ​​ເສັ້ນທາງ​ທີ່​ຂຶ້ນ​ກັບລະບຽງ​ເສດຖະກິດ ​ເໜືອ-​ໃຕ້ (NSEC), ​ລະບຽງ​ເສດຖະກິດ ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ (EWEC) ​ແລະ ລະບຽງ​ເສດຖະກິດ​ທາງ​​ໃຕ້ (SEC); ກໍ່ສ້າງ​ເສັ້ນທາງ​ດ່ວນ​ເຊື່ອມ​ຕໍ່ ວຽງ​ຈັນ ​ແລະ ຮ່າ​ໂນ້ຍ ​ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຂົນ​ສົ່ງ​ສິນຄ້າ ​ແລະ ຜູ້​ໂດຍສານ ລະຫວ່າງ ສອງ​ນະຄອນຫຼວງ…
 
ທີ່​ກອງ​ປະຊຸມ ACMECS 7, ບັນດາ​ທ່ານ​ຜູ້ນຳ​ໄດ້​ອະນຸມັດຜ່ານ​ຖະ​ແຫຼ​ງການ ຮ່າ​​ໂນ້ຍ ດ້ວຍ​ເປົ້າ​ໝາຍ​ຈະ​ກໍ່ສ້າງ​​ພາກພື້ນ​ແມ່​ນຳ້ຂອງ​ໃຫ້​ກາຍ​ເປັນ​ໃຈ​ກາງ​ເສດຖະກິດ​ທີ່​ຂະຫຍັນຂັນ​ເຄື່ອນ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ. ​ໃນ​ນັ້ນ ບຸລິມະສິດສຸມ​ໃສ່​ເຂົ້າ​​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ຄົມມະນາຄົມ, ການ​ຄ້າ-​ການ​ລົງທຶນ ​ແລະ ພັດທະນາ​ອຸດສາຫະກຳ, ການທ່ອງທ່ຽວ, ກະ​ສິກຳ ​ແລະ ສິ່ງ​ແວດ​ລ້ອມ​. 


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາທ່ານຫົວໜ້າຄະນະ
ຖ່າຍຮູບຮ່ວມກັນທີ່ກອງປະຊຸມ ຂັ້ນສູງ
ACMECS 7. ພາບ: VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານ ໃນກອງປະຊຸມຂັ້ນສູງ ACMECS 7. ພາບ: VNA


ພາບທັງໝົດໃນກອງປະຊຸມຂັ້ນສູງ ACMECS 7. ພາບ: VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາທ່ານຫົວໜ້າຄະນະ
ຖ່າຍຮູບຮ່ວມກັນທີ່ກອງປະຊຸມ ຂັ້ນສູງ
CLMV8. ພາບ: VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນ ປະທານໃນກອງປະຊຸມຂັ້ນສູງ CLMV8. ພາບ: VNA


ພາບທັງໝົດໃນກອງປະຊຸມຂັ້ນສູງ CLMV8. ພາບ: VNA

ນຳ​ໃຊ້​ແຫຼ່ງນຳ້​ຢູ່​​ແມ່​ນຳ້ຂອງ​ຢ່າງ​ມີ​ປະສິດທິຜົນ ​ແລະ ສະ​ເໝີ​ພາບ
 
ໜຶ່ງ​ໃນບັນດາ​ບັນຫາ​ທີ່​ສຳຄັນ ກ່ຽວຂ້ອງ​ເຖິງ​ການ​ພັດທະນາຢ່າງ​ໝັ້ນຄົງ​ຂອງ​ບັນດາ​ປະ​ເທດ​​ໃນ​ຂົງ​ເຂດ​ອະນຸ​ພາກ​ພື້ນແມ່​ນຳ້ຂອງ, ນັ້ນ​ແມ່ນ​ບັນຫາ​ປົກ​ປັກ​ຮັກສາ, ຂຸດ​ຄົ້ນ ​ແລະ ນຳ​ໃຊ້ແຫຼ່ງນຳ້​ຢູ່​ແມ່​ນຳ້ຂອງ. ບັນຫາ​ນີ້ ບໍ່​ພຽງ​ແຕ່​ໄດ້​ເອົາ​ມາ​ພິຈາລະນາ​ຢູ່ ACMECS ຫຼື CLMV ​​ເທ່ົາ​ນັ້ນ, ຫາກ​ຍັງ​ໄດ້​ເອົາ​ມາ​ພິຈາລະນາ​ຢູ່​ຫຼາຍ​ເວທີ​ປາ​ໄສ​ຕ່າງໆ ຄື: ​ແມ່​ຂອງ-​ຍີ່ປຸ່ນ, ​ແມ່​ຂອງ- ສ.​ເກົາຫຼີ, ​ແມ່​ຂອງ-​ອາ​ເມ​ລິ​ກາ, ​ແມ່​ຂອງ-​ຈີນ ​ແລະ ອື່ນໆ.
 
ຄະນະ​ກຳມາ​ທິການ​ແມ່​ນຳ້ຂອງ​ສາກົນ (MRC) ​ເປັນ​ອົງການສາກົນ​ໜຶ່ງ​ທີ່ມີ​ບັນດາ​ຂໍ້​ຕົກລົງ, ຂໍ້​ສັນຍາ​ມີ​ຄວາມ​ຜູກ​ມັດ, ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ຂອງ​ອົງການ​ນັ້ນ ຕ້ອງ​ປະຕິບັດ​ຕາມ​ເມື​່ອນຳ​ໃຊ້​ແຫຼ່ງນຳ້ຂອງ​ແມ່​ນຳ້ຂອງ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາທ່ານຫົວໜ້າຄະນະທີ່ເຂົ້າຮ່ວມເວທີປາໄສເສດຖະກິດ
ໂລກກ່ຽວກັບແມ່ນ້ຳຂອງ (WEF - ແມ່ຂອງ) ຖ່າຍຮູບ
ຮ່ວມກັນ. ພາບ: VNA



ພິທີໄຂເວທີປາໄສເສດຖະກິດໂລກກ່ຽວກັບແມ່ນ້ຳຂອງ
(WEF - ແມ່ຂອງ). ພາບ: VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວປາໄສ
ໃນພິທີໄຂເວທີປາໄສເສດຖະກິດໂລກກ່ຽວກັບແມ່ນ້ຳຂອງ (
WEF - ແມ່ຂອງ). ພາບ: VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສົນທະນາໃນ
ເວທີປາໄສເສດຖະກິດໂລກກ່ຽວກັບແມ່ນ້ຳຂອງ (
WEF - ແມ່ຂອງ). ພາບ: VNA



ບັນດາທ່ານຜູ້ແທນເຂົ້າຮ່ວມເວທີປາໄສເສດຖະກິດໂລກ
ກ່ຽວກັບແມ່ນ້ຳຂອງ (WEF - ແມ່ຂອງ). ພາບ: VNA

ເພາ​ະສະ​ນັ້ນ, ທ່ານ ຫວູກວາງ​ມິນ, ຫົວໜ້າ​ຄະນະ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ ຫວຽດນາມ ທີ່​ກອງ​ປະຊຸມ​ຂັ້ນ​ສູງ ACMECS 7 ​ແລະ CLMV 8 ​ໃຫ້​ຮູ້​ວ່າ ​ໃນ​ຂອງ​ເຂດ​ຂອງ ACMECS 7 ​ແລະ CLMV 8 ຄັ້ງ​ນີ້, ​ເນື້ອ​ໃນ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ປົກ​ປັກຮັກສາ, ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ, ​ເໝາະ​ສົມ ​ແລະ ສະ​ເໝີ​ພາບ​ແຫຼ່ງນຳ້​ຢູ່​ແມ່​ນຳ້ຂອງ ​ເປັນ​ເນື້ອ​ໃນ​ໜຶ່ງ​ສຸດ​ທີ່​ສຳຄັນ, ​ໄດ້ສະ​ແດງ​ອອກ​ໃນ​ຖະ​ແຫຼ​ງການ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ CLMV 8 ​ແລະ ຖະ​ແຫຼ​ງການ​ຮ່ວມ ຮ່າ​ໂນ້ຍ ຂອງ ACMECS 7.
 
ຄຳໝັ້ນ​ສັນຍາ​ໃນ​ເອກະສານ​ສອງ​ສະບັບ​ນີ້ ມີ​ລັກສະນະຂອບ​ເຂດ​ຈຳກັດ, ກຳນົດ​ທິດ​ໃຫ້​ບັນດາ​ປະ​ເທດ​ກໍ່ສ້າງ​ແຜນ​ການພັດທະນາ​ຂອງ​ຕົນ, ກໍ່​ຄື​ເພື່ອ​ພັດທະນາ​ບັນດາ​ໂຄ​ງການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ອີກ​ດ້ວຍ. ບັນດາຖະແຫຼງການ ຄືຢຶນຢັນວ່າ ຕ້ອງເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດທີ່ກ່ຽວຂ້ອງໃນການນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດຂອງແມ່ນຳ້ຂອງ; ສັນຍາຈະພະຍາຍາມບັນລຸໄດ້ເປົ້າໝາຍພັດທະນາຢ່າງໝັ້ນຄົງ,​ ໃນນັ້ນ ມີບັນຫານຳໃຊ້ຢ່າງມີປະສິດທິຜົນ, ປະຢັດ, ສະເໝີພາບແຫຼ່ງນຳ້ ກໍ່ຄືແຫຼ່ງຊັບພະຍາກອນຕ່າງໆ. 


CLMV ແລະ ACMECS ແມ່ນສອງກົນໄກຮ່ວມມືພາຍໃນກຸ່ມລະຫວ່າງບັນດາປະເທດໃນຂົງເຂດອະນຸພາກພື້ນແມ່ນຳ້ຂອງ. ສອງກົນໄກດັ່ງກ່າວ ໄດ້ສ້າງຂຶ້ນໂດຍຈຸດປະສົງແມ່ນຫຍໍ້ເຂົ້າລະຍະຫ່າງພັດທະນາ,​ ຍົກສູງກຳລັງຄວາມສາມາດໃນການແກ່ງແຍ້ງກັນ, ຊຸກຍູ້ການຂະຫຍາຍຕົວ ແລະ ເຊື່ອມໂຍງເສດຖະກິດຂອງບັນດາປະເທດອະນຸພາກພື້ນໃນກຸ່ມ ອາຊຽນ ແລະ ບົນເວທີສາກົນ, ຊ່ວຍເຫຼືອໃຫ້ແກ່ການກໍ່ສ້າງປະຊາຄົມ ອາຊຽນ.
 
ການຮ່ວມມື CLMV ໄດ້ສຸມໃສ່ເຂົ້າໃນ 6 ຂົງເຂດແມ່ນ: (1) ການຄ້າ ແລະ ການລົງທຶນ; (2) ພັດທະນາແຫຼ່ງຊັບພະ ຍາກອນມະນຸດ; (3) ກະສິກຳ; (4) ອຸດສາຫະກຳ; (5) ການຄົມມະນາຄົມ; (6) ການທ່ອງທ່ຽວ. ໃນ 6 ຂົງເຂດ ດັ່ງກ່າວ, ຫວຽດນາມ ຮັບຜິດຊອບ 2 ຂົງເຂດແມ່ນການຄ້າ ແລະ ການລົງທຶນ, ພັດທະນາແຫຼ່ງຊັບພະ ຍາກອນມະນຸດ.
 
ການຮ່ວມມື ACMECS ລວມມີ 8 ຂົງເຂດແມ່ນ: (1) ການຄ້າ ແລະ ການລົງທຶນ; (2) ສາທາລະນະສຸກ; (3) ກະສິກຳ; (4) ພັດທະນາແຫຼ່ງຊັບພະຍາກອນມະນຸດ; (5) ອຸດສາຫະກຳ-ພະລັງງານ; (6) ການຄົມມະນາຄົມ; (7) ການທ່ອງທ່ຽວ; (8) ສິ່ງແວດລ້ອມ. ໃນນັ້ນ ຫວຽດນາມ ຮັບຜິດຊອບ 2 ຂົງເຂດແມ່ນ ພັດທະນາແຫຼ່ງຊັບພະຍາກອນ ມະນຸດ ແລະ ອຸດສາຫະກຳ-ພະລັງງານ. ນອກຈາກນັ້ນ, ຫວຽດນາມ ແລະ ກຳປູເຈຍ ໄດ້ເປັນປະທານຮ່ວມໃນການຈັດທຳຂົງເຂດຮ່ວມມືດ້ານສິ່ງແວດລ້ອມ. 

 
ປະຕິບັດໂດຍ: VNA/VNP

top