ຂ່າວສານ

98% ຈຳນວນພົນລະເມືອງ ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ-19 ເຂັມທີ 1

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຊີ້ນຳສຳເລັດການສັກວັກຊິນເຂັມທີ 2 ໃຫ້ຜູ້ໃນເກນອາຍຸແຕ່ 12 ຫາ 18 ປີ ໃນເດືອນ ມັງກອນ 2022.
(ພາບປະກອບ: TTXVN)

ໂດຍປະຕິບັດຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ກະຊວງສາທາລະນະສຸກ ຫວຽດນາມ ແລະ ທ້ອງຖິ່ນຕ່າງໆ ພວມເພີ່ນທະວີວຽກງານສັກວັກຊິນ, ຄວບຄຸມໄວຣັດກາຍພັນ Omicron, ວາງເປົ້າໝາຍສຳລັດການສັກວັກຊິນເຂັມທີ 2 ໃນຜູ້ໃນເກນອາຍຸ 18 ປີຂຶ້ນໄປ ຊ້າຊຸດແມ່ນໃນວັນທີ 31 ທັນວາ; ສຳເລັດການສັກວັກຊິນເຂັມທີ 2 ໃຫ້ຜູ້ໃນເກນອາຍຸແຕ່ 12 ຫາ 18 ປີ ໃນເດືອນ ມັງກອນ 2022, ເຂັມທີ 3 ໃຫ້ຜູ້ມີອາຍຸແຕ່ 18 ປີຂຶ້ນໄປໃນໄຕມາດທີ 1 ປີ 2022.

ປະຈຸບັນ, ອັດຕາພົນລະເມືອງອາຍຸແຕ່ 18 ປີຂຶ້ນໄປທີ່ສັກວັກຊິນຢ່າງໜ້ອຍສຸດ 1 ເຂັມແມ່ນປະມານ 98% ແລະ ສັກເຂັມທີ 2 ແມ່ນ 85%. ເດັກໃນເກນອາຍຸແຕ່ 12 – 17 ປີໄດ້ສັກວັກຊິນເຂັມທີ 1 ແມ່ນເກືອບ 80% ແລະ ສັກເຂັມທີ 2 ແມ່ນກວ່າ 36%.

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ຕື່ມອີກ 15.218 ຄົນ ຢູ່ 62 ແຂວງ, ນະຄອນ, ນະຄອນ ຮ່າໂນ້ຍ ມີຈຳນວນຜູ້ຕິດເຊື້ອລາຍໃໝ່ຫຼາຍກວ່າໝູ່ໃນທົ່ວປະເທດ ດ້ວຍ 15.182 ຄົນ. ໃນວັນທີ 26 ທັນວາ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 18.556 ຄົນ. ໄລ່ຮອດຈຸດເວລານີ້, ຫວຽດນາມ ປິ່ນປົວຫາຍດີເປັນປົກກະຕິ 1.248.240 ຄົນ.

(ແຫຼ່ງຄັດຈາກ VOV)



top