ຂ່າວສານ

90% ຜູ້ຕິດເຊື້ອ ພະຍາດ Covid – 19 ຢູ່ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ

      ຕອນບ່າຍວັນທີ 14 ພຶດສະພາ, ໂຮງໝໍພະຍາດເຂດຮ້ອນສູນກາງໄດ້ອະນຸຍາດໃຫ້8 ຄົນ ຕິດເຊື້ອພະຍາດ Covid – 19 ອອກໂຮງໝໍ. 

ພາບປະກອບ
      ບັນດາກໍລະນີ້ດັ່ງກ່າວຈະສືບຕໍ່ໄດ້ຮັບການແຍກຕົວ ແລະ ຕິດຕາມກວດກາສຸຂະພາບໃນຮອບເວລາ 14 ວັນຕື່ມອີກ. ດັ່ງນັ້ນ, ໄລ່ຮອດຕອນບ່າຍວັນທີ 14 ພຶດສະພາ, ຫວຽດນາມໄດ້ມີ 260 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິກວມເອົາ90%ໃນຍອດຈຳນວນ 288 ຄົນ, ເຫຼືອພຽງແຕ່ 28 ຄົນທີ່ຕິດເຊື້ອພະຍາດ Covid – 19 ພວມສືບຕໍ່ໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ.
(ແຫຼ່ງຄັດຈາກ VOV)

top