ຂ່າວສານ

9 ​ເດືອນ​ປີ 2022, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ໄດ້ຫຼາຍກວ່າ 1,65 ລ້ານ​ເທື່ອ​ຄົນ

ຕອນເຊົ້າວັນທີ 12 ຕຸລາ, ຢູ່ແຂວງ ກວາງນາມ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບ ຫ້ອງການປະສານງານການທ່ອງທ່ຽວແມ່ນ້ຳຂອງ (MTCO) ຈັດເວທີປາໄສການທ່ອງທ່ຽວອະນຸພາກພື້ນ ແມ່ນ້ຳຂອງ 2022 (MTF) ດ້ວຍຫົວຂໍ້ “ສ້າງຂະແໜງທ່ອງທ່ຽວຄືນໃໝ່, ເດັດດ່ຽວຟື້ນຟູການທ່ອງທ່ຽວ”.
  ເວທີປາໄສການທ່ອງທ່ຽວອະນຸພາກພື້ນ ແມ່ນ້ຳຂອງ 2022 (ພາບ: VOV)  

ເວທີປາໄສມີການເຂົ້າຮ່ວມຂອງຜູ້ແທນ 250 ທ່ານ ໄດ້ປຶກສາຫາລືກ່ຽວກັບການເຊື່ອມຕໍ່ ເພື່ອຟື້ນຟູຂະແໜງທ່ອງທ່ຽວ, ການຫັນເປັນດີຈີຕອນ, ຫັນເປັນລະບົບສະໜອງຢູ່ພາຍໃນປະເທດ, ຮູບແບບດຳເນີນທຸລະກິດວິສາຫະກິດເພື່ອສັງຄົມ ແລະ ມາດຕະການທີ່ມີປະສິດທິຜົນ ເພື່ອຟື້ນຟູຂະແໜງທ່ອງທ່ຽວ, ໝູນໃຊ້ເຕັກໂນໂລຢີຫຼ້າສຸດ ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ຮອບດ້ານ. ໃນຂອບເຂດຂອງເຫດການນີ້ ລວມມີກິດຈະກຳ: ແນະນຳການທ່ອງທ່ຽວ ຫວຽດນາມ; ໂຄງການສຳຫຼວດການທ່ອງທ່ຽວແຂວງ ກວາງນາມ; ງານວາງສະແດງ, ແນະນຳການທ່ອງທ່ຽວຢູ່ອະນຸພາກພື້ນ ແລະ ຫວຽດນາມ. ທີ່ເວທີປາໄສ, ທ່ານ ຫງວຽນຈູງແຄ໊ງ, ຫົວໜ້າກົມໃຫຍ່ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ 9 ເດືອນຂອງປີ 2022, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວໄດ້ຫຼາຍກວ່າ 1,65 ລ້ານ ເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນໄດ້ 86,8 ລ້ານເທື່ອຄົນ, ບັນລຸຍອດລາຍຮັບປະມານ 16,5 ລ້ານ USD. ໃນນັ້ນ, ໄດ້ມີແຂກທ່ອງທ່ຽວຫຼາຍກວ່າ 110.000 ເທື່ອຄົນ ແມ່ນມາຈາກບັນດາປະເທດອະນຸພາກພື້ນ ແມ່ນ້ຳຂອງເປີດກວ້າງໄດ້ມາທ່ຽວ ຫວຽດນາມ.

“ຂະແໜງທ່ອງທ່ຽວບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ຕ້ອງເພີ່ມທະວີການຈັດຕັ້ງບັ້ນໂຄສະນາ ແລະ ພັດທະນາເຄື່ອງໝາຍການຄ້າຂອງ ສະຖານທີ່ທ່ອງທ່ຽວ ແມ່ນ້ຳຂອງ ເພື່ອໂຄສະນາກ່ຽວກັບ 6 ປະເທດ, ຈຸດນັດພົບດຽວ. ພ້ອມດຽວກັນນັ້ນ, ບັນດາປະເທດຕ້ອງພັດທະນາ ແລະ ຍົກສູງຄຸນນະພາບຜະລິດຕະພັນ, ຍົກລະດັບພື້ນຖານໂຄງລ່າງ, ພື້ນຖານວັດຖຸດ້ານການທ່ອງທ່ຽວ ເພື່ອຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງຂະແໜງທ່ອງທ່ຽວ”.


top