ຂ່າວສານ

8 ເດືອນຕົ້ນປີ ການລົງທຶນຂອງ ຫວຽດນາມ ໄປຍັງຕ່າງປະເທດເພີ່ມຂຶ້ນ 74%

      ບັນດານັກລົງທຶນ ຫວຽດນາມ ໄດ້ລົງທຶນເຂົ້າ 20 ປະເທດ ແລະ ເຂດແຄ້ວນຂຶ້ນກັບ 13 ຂົງເຂດ. ຕະຫຼາດລົງທຶນຫຼາຍທີ່ສຸດແມ່ນ ອາເມລິກາ ດ້ວຍຍອດເງິນລົງທຶນຈົດທະບຽນບັນລຸໄດ້ຫຼາຍກ່ວາ 300 ລ້ານ USD, ກວມເອົາ 52,7% ຍອດເງິນລົງທຶນ. ຖັດຈາກນັ້ນແມ່ນ: ກຳປູເຈຍ, ລາວ, ການາດາ...
ພາບປະກອບ:  baochinhphu.vn
      ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ, ໃນ 8 ເດືອນຕົ້ນປີ 2021, ຍອດເງິນລົງທຶນຂອງ ຫວຽດນາມ ໄປຍັງຕ່າງປະເທດ ບັນລຸໄດ້ 575 ລ້ານ USD, ເພີ່ມຂຶ້ນກ່ວາ 74% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ໃນນັ້ນມີ 40 ໂຄງການໄດ້ຮັບໃບຢັ້ງຢືນຫນັງສືອະນຸຍາດໃຫ້ລົງທຶນໃໝ່, ດ້ວຍຍອດທຶນຈົດທະບຽນບັນລຸກ່ວາ 150 ລ້ານ USD ແລະ 13 ໂຄງການດັດປັບເງິນລົງທຶນ ດ້ວຍຍອດເງິນລົງທຶນເພີ່ມຂຶ້ນກ່ວາ 424 ລ້ານ USD.
      ບັນດານັກລົງທຶນ ຫວຽດນາມ ໄດ້ລົງທຶນເຂົ້າ 20 ປະເທດ ແລະ ເຂດແຄ້ວນຂຶ້ນກັບ 13 ຂົງເຂດ. ຕະຫຼາດລົງທຶນຫຼາຍທີ່ສຸດແມ່ນ ອາເມລິກາ ດ້ວຍຍອດເງິນລົງທຶນຈົດທະບຽນບັນລຸໄດ້ຫຼາຍກ່ວາ 300 ລ້ານ USD, ກວມເອົາ 52,7% ຍອດເງິນລົງທຶນ. ຖັດຈາກນັ້ນແມ່ນ: ກຳປູເຈຍ, ລາວ, ການາດາ...
(ແຫຼ່ງຄັດຈາກ VOV)


top