ຂ່າວສານ

79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ: ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດຫວຽດນາມ ຢູ່ລາວ

ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຢຢ່າງແທດ​ຈິ​ງ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັ​ກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ສຶກ​ສາ​ມູນ​ເຊື້ອ​ຮັກ​ຊາດ, ສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ”, “ຕອບ​ບຸນ​ແທນ​ຄຸນ” ຂອງ​ຊາດ​ຫວຽດ​ນາມ.
  ທ່ານ ຫງວຽນ​ມິງ​ເຕິມ ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫວຽດ​ນາມ ປະ​ຈຳ ລາວ ວາງ​ພວງ​ມາ​ລາ​ອາ​ໄລ​ຫາ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ(ພາບ: VNA)  

ວັນ​ທີ 24 ກໍ​ລະ​ກົດ, ເນື່ອງ​ໃນ​ໂອ​ກາດ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດນາມ (27/7/1947 - 27/7/2026), ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ​ໄດ້​ເຫັນ​ປະທານ​, ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ ​ຢູ່​ລາວ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ແຂວງ ວຽງ​ຈັນ ຈັດ​ພິ​ທີ​ຖະ​ຫວາຍ​ທູບ​ທຽນ, ວາງ​ພວງ​ມາ​ລາ​ອາ​ໄລ​ຫາ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ເຂດ​ຮ່ອງ​ຮອຍ​ສຳ​ພັນການທະຫານ ລາວ - ຫວຽດ​ນາມ ຢູ່​ບ້ານ​ເກີນ, ເມືອງ ທຸ​ລະ​ຄົມ, ແຂວງວຽງ​ຈັນ.

ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຢ່າງແທດ​ຈິ​ງ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັ​ກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ສຶກ​ສາ​ມູນ​ເຊື້ອ​ຮັກ​ຊາດ, ສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ”, “ຕອບ​ບຸນ​ແທນ​ຄຸນ” ຂອງ​ຊາດ​ຫວຽດ​ນາມ, ພ້ອມ​ທັງ​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ຮັບ​ຜິດ​ຊອບ​ຂອງ​ພະ​ນັກ​ງານ, ລັດ​ຖະ​ກອນ​ບັນ​ດາ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ລາວ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ໃນ​ການ​ຮັກ​ສາ, ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ປະ​ຕິ​ວັດ. ການ​ເຄື່ອນ​ໄຫວ​ກໍ່​ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ​ວ່ມ​ມື​ຮອບ​ດ້ານ, ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.


top