ຂ່າວສານ

75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ: ສືບຕໍ່ມູນເຊື້ອອົງອາດກ້າຫານ

      ວັນທີ 22 ທັນວາ 2019, ກອງທັບ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງ, 30 ປີ ແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ. 

 ພາບປະກອບ: qdnd.vn
      ເນື່ອງໃນໂອກາດນີ້, ບົດນຳ “ທະວີຄູນກຳລັງແຮງໃນການປົກປັກຮັກສາປະເທດຊາດໃນສະພາບການໃໝ່” ຂອງ ໜັງສືພິມ ປະຊາຊົນ (ເຍິນເຢິນ) ເຊິ່ງເປັນອົງການກະບອກສຽງຂອງ ພັກກອມມູນິດ ຫວຽດນາມ, ໄດ້ຫວນຄືນເສັ້ນທາງປະຫວັດສາດ ທີ່ອົງອາດກ້າຫານຂອງກອງທັບ ຫວຽດນາມ.
            ໃນສະພາບການໂລກ ແລະ ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ, ບັນດາ ກຳລັງເປັນປໍລະປັກສືບຕໍ່ຍູ້ແຮງ “ການຜັນປ່ຽນໂດຍສັນຕິ” ມ້າງເພທຳລາຍການປະຕິວັດ ຫວຽດນາມ, ຮຽກຮ້ອງໃຫ້ກອງທັບຫວຽດນາມຕ້ອງ ຍົກສູງສະຕິລະມັດລະວັງ, ຝຶກຝົນຫຼໍ່ຫຼອມການພ້ອມ ສູ້ຮົບຢ່າງເປັນປະຈຳ, ພ້ອມທັງຍົກສູງຄຸນທາດດ້ານການເມືອງ, ລະດັບວິຊາສະເພາະຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສາກົນ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວກູໄພກູຊີບ.
            ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາປະເທດຊາດໄດ້ຢ່າງໝັ້ນຄົງໃນທຸກກໍລະນີ, ທ່ານພົນເອກໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດໄດ້ຊີ້ນຳບັນດາກຳລັງ ກຳແໜ້ນສະພາບການເປັນປະຈຳ, ຕີຄາລາ ແລະ ຄາດຄະເນຢ່າງຖືກຕ້ອງໂດຍໄວ, ເພື່ອເປັນເຈົ້າການໃນການເປັນເສນາທິການຕໍ່ພັກ, ລັດ ໃນການແກ້ໄຂບັນດາກໍລະນີໃນເຄືອຂ່າຍອິນເຕີແນັດໄດ້ຢ່າງທັນການ.
            ແລະກໍ່ເນື່ອງໃນໂອກາດນີ້, ຢູ່ທ້ອງຖິ່ນຕ່າງກໍ່ໄດ້ດຳເນີນບັນດາລາຍການພົບປະແລກປ່ຽນສະແດງສິລະປະພິເສດ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ກອງທັບປະຊາຊົນ ຫວຽດນາມ, 30 ແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ.
 (ແຫຼ່ງຄັດຈາກ VOV)
 


top