ຕອນຄ່ຳວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ຄະນະພັກລັດຖະບານໄດ້ຈັດພິທີມອບລາງວັນການແຂ່ງຂັນຂຽນບົດການເມືອງ-ທິດສະດີກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກໃນອົງຄະນະພັກລັດຖະບານຄັ້ງທີ 2, ປີ 2026
ຄະນະປະຈຳອົງຄະນະພັກລັດຖະບານໄດ້ມອບໃບຍ້ອງຍໍໃຫ້ແກ່ 8 ໝູ່ຄະນະມີຜົນງານດີເດັ່ນໃນການຜັນຂະຫຍາຍ ແລະ ຈັດຕັ້ງການແຂ່ງຂັນ (ພາບ: VNA)
ປີນີ້, ຄະນະຈັດຕັ້ງໄດ້ຮັບ 8.671ບົດປະພັນ ເຂົ້າຮ່ວມການແຂ່ງຂັນ . ຜ່ານຮອບຄັດເລືອກ, ມີ 578 ບົດປະພັນມີເງື່ອນໄຂຢ່າງຄົບຖວ້ນເພື່ອເຂົ້າຮ່ວມການແຂ່ງຂັນຢູ່ 5 ປະເພດລວມມີ: ວາລະສານ, ໜັງສືພິມ, ກະຈາຍສຽງ, ໂທລະພາບ ແລະ ວີດີໂອຄຼິບ. ທ່ານລ້າຍຊວັນເລິມ, ຮອງເລຂາຄະນະພັກລັດຖະບານ, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນໃຫ້ຮູ້ວ່າ:
ບັນດາບົດປະພັນເຂົ້າຮ່ວມການແຂ່ງຂັນມີຄຸນນະພາບດີ, ເນື້ອໃນອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ຕິດແທດຫົວຂໍ້, ສ່ອງແສງຢ່າງທັນການບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງ, ການພັດທະນາເສດຖະກິດສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທູດ, ພິເສດແມ່ນໜ້າທີ່ປົກປ້ອງພື້ນຖານແນວຄິດຂອງພັກ, ການຕໍ່ສູ້ປະຕິເສດບັນດາທັດສະນະຜິດພາດ, ເປັນປໍລະປັກ. ພ້ອມກັນນັ້ນ, ວຽກງານໃຫ້ຄະແນນໄດ້ຈັດຂຶ້ນຢ່າງເຂັ້ມງວດ, ພາວະວິໄສ ແລະ ຖືກຕ້ອງການລະບຽບການ.
ຄະນະຈັດຕັ້ງການແຂ່ງຂັນໄດ້ຕົກລົງຮັບຮອງ 75 ບົດປະພັນຂອງຜູ້ຂຽນ/ກຸ່ມຜູ້ຂຽນ ຍາດໄດ້ລາງວັນໃນການແຂ່ງຂັນ, ໃນນັ້ນມີລາງວັນພິເສດ 2 ລາງວັນ, ລາງວັນ A 6 ລາງວັນ, ລາງວັນ B 10 ລາງວັນ, ລາງວັນ C 15 ລາງວັນ.