ຂ່າວສານ

6​ ​ເດືອນ​ຕົ້ນ​ປີ 2020, ຫວຽດນາມ​ສົ່ງ​ອອກ​ເກີນ​ດຸນ​ຂອງ ​ບັນລຸ 4 ຕື້ USD

ໂທລະສັບ ແລະ ເຄື່ອງອາໄຫຼ່, ອຸປະກອນ ແມ່ນບັນດາຜະລິດຕະພັນບັນລຸວົງເງິນສົ່ງອອກຫຼາຍທີ່ສຸດ ດ້ວຍຈໍານວນ 21,5 ຕື້ USD.

 (ພາບປະກອບ:  TTXVN)

ຕາມກົມໃຫຍ່ສະຖິຕິຫວຽດນາມແລ້ວ, 6 ເດືອນຕົ້ນປີ 2020, ລວມຍອດວົງເງິນສົ່ງອອກ, ນໍາເຂົ້າສິນຄ້າຂອງທັງປະເທດບັນລຸ 238,4 ຕື້ USD, ຫຼຸດລົງ 2,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ; ໃນນັ້ນ, ສະເພາະການສົ່ງອອກບັນລຸ 121,2 ຕື້ USD, ຫຼຸດລົງ 1,1%; ການນໍາເຂົ້າບັນລຸ 117,2 ຕື້ USD, ຫຼຸດລົງ 3%; ການສົ່ງອອກເກີນດຸນບັນລຸ 4 ຕື້ USD. ໃນນັ້ນ ໂທລະສັບ ແລະ ເຄື່ອງອາໄຫຼ່, ອຸປະກອນ ແມ່ນບັນດາຜະລິດຕະພັນບັນລຸວົງເງິນສົ່ງອອກຫຼາຍທີ່ສຸດ ດ້ວຍຈໍານວນ 21,5 ຕື້ USD.

        ກ່ຽວກັບຕະຫຼາດສິນຄ້າສົ່ງອອກ 6 ເດືອນຕົ້ນປີ 2020, ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍວົງເງິນບັນລຸກວ່າ 30 ຕື້ USD, ເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ຖັດມາແມ່ນ ຈີນ ບັນລຸ 19,5 ຕື້ USD; ອີຢູ ບັນລຸກວ່າ 16 ຕື້ USD; ອາຊຽນ ບັນລຸກວ່າ 11 ຕື້ USD.

(ແຫຼ່ງຄັດຈາກ VOV)


top