ຂ່າວສານ

60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ: ການຮ່ວມມືພິເສດນຳເອົາຜົນປະໂຫຍດແທ້ຈິງມາໃຫ້ປະຊາຊົນ

ປີ 2022, ແມ່ນປີມີຄວາມໝາຍສຳຄັນພິເສດ, ແມ່ນປີສາມັກຄີມິດຕະພາບ ລາວ - ຫວຽດນາມ ເປັນຂີດໝາຍບາດລ້ຽວ
  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ສປປ ລາວ ສະເຫຼີມໄຊ ກົມມະສິດ (ພາບ: Bá Thành/ TTXVN )  

ໂດຍຕອບສຳພາດນັກຂ່າວ ຫວຽດນາມ, ເນື່ອງໃນໂອກາດ ສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/07/1977 – 18/07/2022) ແລະ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (05/09/1962 – 05/09/2022) ລະຫວ່າງສອງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ສປປ ລາວ ສະເຫຼີມໄຊ ກົມມະສິດ ໄດ້ເນັ້ນໜັກວ່າ: ສປປ ລາວ ມີການພົວພັນທາງການທູດກັບ 140 ປະເທດໃນໂລກ, ແຕ່ການພົວພັນລະຫວ່າງ ລາວ ແລະ ຫວຽດນາມ ແມ່ນການພົວພັນແບບພິເສດທີ່ຫາຍາກ. ປີ 2022, ແມ່ນປີມີຄວາມໝາຍສຳຄັນພິເສດ, ແມ່ນປີສາມັກຄີມິດຕະພາບ ລາວ - ຫວຽດນາມ ເປັນຂີດໝາຍບາດລ້ຽວ, ສ້າງພື້ນຖານໃຫ້ແກ່ການຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງຊາດ ຫວຽດນາມ - ລາວ. ການຈັດຕັ້ງກິດຈະກຳເຄື່ອນໄຫວສະເຫຼີມສະຫຼອງເນື່ອງໃນໂອກາດປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ ປີ 2022 ມີຄວາມໝາຍສຳຄັນທີ່ສຸດ. ໃນຕະຫຼອດປີ, ສອງປະເທດຈະຈັດຕັ້ງການເຄື່ອນໄຫວ, ໂຄສະນາເຫດການຕ່າງໆໃຫ້ແກ່ປະຊາຊົນໃນທົ່ວໂລກ; ໂຄສະນາເຜີຍແຜ່ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນລາວທຸກຖ້ວນໜ້າ, ພິເສດແມ່ນລຸ້ນຊາວໜຸ່ມ - ເຍົາວະຊົນ, ຜູ້ທີ່ຈະເປັນອະນາຄົດຂອງຊາດໃຫ້ມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບຈຸດພິເສດຂອງນ້ຳໃຈສາມັກຄີຖານອ້າຍນ້ອງ ຫວຽດນາມ - ລາວ.


top