ຂ່າວສານ

59 ມື້ລ່ຽນຕິດ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ 19 ພາຍໃນປະເທດ

323/334 ຈຳນວນຄົນເຈັບໄດ້ຮັບການປີ່ນປົວຫາຍດີ ກວມເອົາ 96,7% ຍອດຈຳນວນຜູ້ຕິດເຊື້ອ. ບໍ່ມີກໍລະນີໃດເສຍຊີວິດ. 

ໄລ່ຮອດຕອນເຊົ້າວັນທີ 14 ມິຖຸນາ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ 19 ພາຍໃນປະເທດ.  ເປັນອັນວ່າ 59 ມື້ລ່ຽນຕິດ ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ 19 ພາຍໃນປະເທດ. ມາຮອດປະຈຸບັນ ຫວຽດນາມ ມີທັງໝົດ 334 ກໍລະນີຕິດເຊື້ອໂຄວິດ 19, ໃນນັ້ນ 194 ກໍລະນີກັບມາຈາກຕ່າງປະເທດ ແລະ ຖືກແຍກຕົວພາຍຫລັງເຂົ້າເມືອງ ບໍ່ສາມາດແຜ່ເຊື້ອໃນວົງຄະນາຍາດ. 323/334 ຈຳນວນຄົນເຈັບໄດ້ຮັບການປີ່ນປົວຫາຍດີ ກວມເອົາ 96,7% ຍອດຈຳນວນຜູ້ຕິດເຊື້ອ. ບໍ່ມີກໍລະນີໃດເສຍຊີວິດ. 11 ກໍລະນີ ຍັງເຫລືອໄດ້ຮັບການປິ່ນປົວຢູ່ໂຮງໝໍ, ໃນນັ້ນ 4 ຄົນ ກວດວິໄຈໄດ້ຮັບຜົນລົບກັບ ໄວຣັດ SARS Cov2.
(ແຫຼ່ງຄັດຈາກ VOV)

top