ຂ່າວສານ

59 ປີ ອາຊຽນ: ເກຼັກ ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນກັບ ອາຊຽນ ຫຼາຍກວ່າ

ການເຄື່ອນໄຫວຂອງສະຖານທູດ ຫວຽດນາມ ປະຈຳ ເກຼັກ ເນື່ອງໃນໂອກາດວັນ ອາຊຽນ, ເປັນການສະແດງໃຫ້ເຫັນຄວາມຮັບຜິດຊອບ, ການປະກອບສ່ວນຂອງ ຫວຽດນາມ ໃນການສ້າງຊາຍຄາລວມ ອາຊຽນ.
  ພິທີສະເຫຼີມສະຫຼອງ 59 ປີແຫ່ງວັນ ອາຊຽນ ຢູ່ ເກຼັກ (ພາບ: VNA)  

ວັນ​ທີ 07 ສິງ​ຫາ, ຄະ​ນະ​ກຳ​ມະ​ການ ອາ​ຊຽນ ປະ​ຈຳ ເກຼັກ (ACAT) ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 59 ປີ​ແຫ່ງວັນ ອາ​ຊຽນ (08 ສິງ​ຫາ 1967 08 ສິງ​ຫາ 2026) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ, ອຸ​ປະ​ທູດ ແລະ ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ 4 ປະ​ເທດ ອາ​ຊຽນ ປະ​ຈຳ ເກຼັກ, ລວມ​ມີ: ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ, ໄທ ແລະ ຫວຽດ​ນາມ.

ກ່າວ​ຄຳ​ເຫັນ​ທີ່​ິ​ພິ​ທີ, ທ່ານ Dimitris Skakos, ຫົວ​ໜ້າ​ກົມ​ຮັບ​ຜິດ​ຊອບ​ເສດ​ຖະ​ກິດ​ສາ​ກົນ, ຂຶ້ນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເກຼັກ ໄດ້​ອວຍ​ພອນ​ບັນ​ດາ​ປະ​ເທດ ອາ​ຊຽນ ເນື່ອງ​ໃນ​ໂອ​ກາດ​ວັນ ອາ​ຊຽນ, ຢືນ​ຢັນ​ວ່າ​ ອາ​ແທນ ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ອາ​ຊຽນ - ເກຼັກ​ ​ກໍ​ຄື ອາ​ຊຽນ - ອີ​ຢູ ໃຫ້​ຫຼາຍກວ່າ, ຂຸດ​ຄົ້ນ​ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ​ລະ​ຫວ່າງ 2 ຝ່າຍ​ໃຫ້​ມີ​ປ​ສິດ​ທິ​ຜົນ ເພື່ອ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​, ຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ພາກ​ພື້ນ.

ການ​ເຄື່ອ​ນ​ໄຫ​ວ​ຂອງ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ເກຼັກ ເນື່ອງ​ໃນ​ໂອ​ກາດ​ວັນ ອາ​ຊຽນ, ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັ​ບ​ຜິດ​ຊອບ, ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ໃນ​ການ​ສ້າງ​ຊາຍ​ຄາ​ລວມ ອາ​ຊຽນ.


top