ການເຄື່ອນໄຫວຂອງສະຖານທູດ ຫວຽດນາມ ປະຈຳ ເກຼັກ ເນື່ອງໃນໂອກາດວັນ ອາຊຽນ, ເປັນການສະແດງໃຫ້ເຫັນຄວາມຮັບຜິດຊອບ, ການປະກອບສ່ວນຂອງ ຫວຽດນາມ ໃນການສ້າງຊາຍຄາລວມ ອາຊຽນ.
ພິທີສະເຫຼີມສະຫຼອງ 59 ປີແຫ່ງວັນ ອາຊຽນ ຢູ່ ເກຼັກ (ພາບ: VNA)
ວັນທີ 07 ສິງຫາ, ຄະນະກຳມະການ ອາຊຽນ ປະຈຳ ເກຼັກ (ACAT) ໄດ້ຈັດພິທີສະເຫຼີມສະຫຼອງ 59 ປີແຫ່ງວັນ ອາຊຽນ (08 ສິງຫາ 1967 08 ສິງຫາ 2026) ດ້ວຍການເຂົ້າຮ່ວມຂອງບັນດາເອກອັກຄະລັດຖະທູດ, ອຸປະທູດ ແລະ ພະນັກງານ, ພາລະກອນສະຖານທູດ 4 ປະເທດ ອາຊຽນ ປະຈຳ ເກຼັກ, ລວມມີ: ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ.
ກ່າວຄຳເຫັນທີ່ິພິທີ, ທ່ານ Dimitris Skakos, ຫົວໜ້າກົມຮັບຜິດຊອບເສດຖະກິດສາກົນ, ຂຶ້ນກັບກະຊວງການຕ່າງປະເທດ ເກຼັກ ໄດ້ອວຍພອນບັນດາປະເທດ ອາຊຽນ ເນື່ອງໃນໂອກາດວັນ ອາຊຽນ, ຢືນຢັນວ່າ ອາແທນ ຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາການພົວພັນລະຫວ່າງ ອາຊຽນ - ເກຼັກ ກໍຄື ອາຊຽນ - ອີຢູ ໃຫ້ຫຼາຍກວ່າ, ຂຸດຄົ້ນບັນດາຂໍ້ຕົກລົງດ້ານເສດຖະກິດ, ການຄ້າລະຫວ່າງ 2 ຝ່າຍໃຫ້ມີປສິດທິຜົນ ເພື່ອນຳມາເຊິ່ງຜົນປະໂຫຍດ, ຄວາມວັດທະນາຖາວອນລວມໃຫ້ແກ່ປະຊາຊົນຢູ່ພາກພື້ນ.
ການເຄື່ອນໄຫວຂອງສະຖານທູດ ຫວຽດນາມ ປະຈຳ ເກຼັກ ເນື່ອງໃນໂອກາດວັນ ອາຊຽນ, ເປັນການສະແດງໃຫ້ເຫັນຄວາມຮັບຜິດຊອບ, ການປະກອບສ່ວນຂອງ ຫວຽດນາມ ໃນການສ້າງຊາຍຄາລວມ ອາຊຽນ.