ຂ່າວສານ

53 ປະເທດ ອາຊີ - ປາຊີຟິກ ຮັບຮອງເອົາຖະແຫຼງການ Jakarta ກ່ຽວກັບສິດຂອງຄົນພິການ

ຖະແຫຼງການໄດ້ຮັບຮອງເອົາພາຍຫຼັງກອງປປະຊຸມຕີລາຄາທົດສະວັດຂອງຄົນພິການພາກພື້ນ ອາຊີ - ປາຊີຟິກ, ຈັດຂຶ້ນແບບທາງໄກ ແລະ ເຊິ່ງໜ້າ ໃນລະຫວ່າງວັນທີ 19 – 21 ຕຸລາ, ຢູ່ Jakarta . ຖະແຫຼງການ Jakarta ມີ 6 ເນື້ອໃນຕົ້ນຕໍ່
  (ພາບປະກອບຈາກ TTXVN)  

53 ປະເທດສະມາຊິກ ແລະ 9 ປະເທດຮ່ວມສຳພັນຂຶ້ນກັບຄະນະກຳມະການເສດຖະກິດ - ສັງຄົມພາກພື້ນ ອາຊີ - ປາຊີຟິກ ຂອງ ສປຊ (UNESCAP) ໄດ້ເຫັນດີເປັນເອກະພາບກັບຖະແຫຼງການ Jakarta ກ່ຽວກັບການປະຕິບັດສິດຂອງຄົນພິການ. ຖະແຫຼງການໄດ້ຮັບຮອງເອົາພາຍຫຼັງກອງປປະຊຸມຕີລາຄາທົດສະວັດຂອງຄົນພິການພາກພື້ນ ອາຊີ - ປາຊີຟິກ, ຈັດຂຶ້ນແບບທາງໄກ ແລະ ເຊິ່ງໜ້າ ໃນລະຫວ່າງວັນທີ 19 – 21 ຕຸລາ, ຢູ່ Jakarta . ຖະແຫຼງການ Jakarta ມີ 6 ເນື້ອໃນຕົ້ນຕໍ່. ຂໍ້ທີໜຶ່ງແມ່ນຫັນກົດໝາຍແຫ່ງຊາດໃຫ້ມີຄວາມປອງດອງກັບສົນທິສັນຍາກ່ຽວກັບສິດຂອງຄົນພິການ. ທີສອງແມ່ນຊຸກຍູ້ການເຂົ້າຮ່ວມຂອງຄົນພິການໃນທຸກເກັ່ນອາຍຸ ໃນການສ້າງແຜນການ, ປະຕິບັດ ແລະ ຍົກອອກຄຳຕັດສິນການເມືອງ. ທີສາມແມ່ນເອົາໃຈໃສ່ເຖິງຄວາມຕ້ອງການພິເສດຂອງຄົນພິການ. ທີສີ່ແມ່ນຊຸກຍູ້ກຳລັງແຮງພາກເອກະຊົນເພື່ອຮັບປະກັນການພັດທະນາແບບເຊື່ອມໂຍງຂອງຄົນພິການ. ທີຫ້າ ແມ່ນຊຸກຍູ້ການສຳຜັດອີງໃສ່ຄວາມຕ້ອງການທາງເພດໃນການສ້າງ ແລະ ປະຕິບັດບັນດານະໂຍບາຍກ່ຽວກັບຄົນພິການ. ທີຫົກແມ່ນບັນດາການກະທຳຕ້ອງໄດ້ປະຕິບັດອີງໃສ່ຂໍ້ມູນຂ່າວຂອງບັນດາອົງການສາກົນທີ່ມີສິດອຳນາດ ແລະ ຈາກແຫຼ່ງໄດ້ຢັ້ງຢືນອື່ນໆ, ຮັດແຄບຊ່ອງຫວ່າງບັນດາຂໍ້ມູນກ່ຽວກັບຄົນພິການ.


top