ຂ່າວສານ

50 ປີ​ແຫ່ງວັນ​ເຊັນສັນ​ຍາ ປາ​ຣີ: ນັກ​ຊ່ຽວ​ຊານ​ໃຫ້​ຂໍ້​ສັງ​ເກດ​ວ່າ ສົງ​ຄາມ ຫວຽດ​ນາມ ໄດ້​ຮັບ​ການ​ສະ​ໜັບ​ສະໜູນ​ຈາກ​ປະ​ຊາ​ຊົນ ອາ​ເມ​ລິ​ກາ

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນເຊັນສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່ (27/1/1973-27/1/2023), ກຸ່ມນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ ໄດ້ມີການແລກປ່ຽນກັບ ປອ. Andrew Wells-Dang, ນັກຊ່ຽວຊານຂັ້ນສູງກ່ຽວກັບ ຫວຽດນາມ ຢູ່ສູນ ອາຊີ ສັງກັດສະຖາບັນ ສັນຕິພາບ ອາເມລິກາ.
  ພິທີເຊັນສັນຍາປາຣີ 1973 (ພາບ: TTXVN)  

ເມື່ອຕີລາຄາກ່ຽວກັບຫາງສຽງໃນໝູ່ປະຊາຊົນ ອາເມລິກາ ຕໍ່ເລື່ອງຢຸດຕິສົງຄາມຢູ່ ຫວຽດນາມ, ປອ. Andrew Wells-Dang ຖືວ່າ ເມື່ອຫວນຄືນສັນຍາປາຣີ 1973, ປະຊາຊົນ ອາເມລິກາ ຈື່ໄດ້ຄວາມສຳຄັນຂອງສັນຍາໃນການຈັດສົ່ງພົນທະຫານ ອາເມລິກາ ທີ່ພວມເຂົ້າຮ່ວມສົງຄາມ ຢູ່ ຫວຽດນາມ ກັບຄືນ ປະເທດ, ມອບຊະເລີຍເສິກ ແລະ ພາໄປເຖິງການຢຸດຕິລະບອບເກນທະຫານຢູ່ ອເມລິກາ.

ຕາມທັດສະນະຂອງ ປອ. Andrew Wells-Dang ແລ້ວ, ປະທານາທິບໍດີ Richard Nixon ໃນໄລຍະນັ້ນ ຮັບຮູ້ວ່າ ສົງຄາມນີ້ບໍ່ໄດ້ຮັບການສະໜັບສະໜູນຈາກປະຊາຊົນ ແລະ ຊອກຫາວິທີຢຸດຕິສົງຄາມໃນຂະນະທີ່ ອາເມລິກາ ຍັງມີກຽດສັກສີ ແລະ ຍັງມີອິດທິພົນຊື່ສຽງ.

ກ່ຽວກັບຄວາມໝາຍຄວາມສັນຍາປາຣີ ນັ້ນ, ທ່ານ ປອ. Andrew Wells-Dang ໃຫ້ຂໍ້ສັງເກດວ່າ,  ພາຍຫຼັງທີ່ສົງຄາມສິ້ນສຸດລົງ, ອາເມລິກາ ແລະ ຫວຽດນາມ ໄດ້ເຫັນດີເປັນເອກະພາບ ສ້າງການພົວພັນທາງການທູດຄືນໃໝ່ ແລະ ສ້າງການຮ່ວມມືໃນຫຼາຍຂົງເຂດ, ນັບທັງລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ. ການຮ່ວມມືນີ້ ລວມມີການໜູນຊ່ວຍຂອງ ອາເມລິກາ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເປັນຕົ້ນແມ່ນລະເບີດຍັງບໍ່ທັນແຕກ, ທາດພິດສີສົ້ມ ເຊິ່ງໄດ້ລະບຸໃນສັນຍາປາຣີ.

 


top