ຂ່າວສານ

50 ປີແຫ່ງວັນເຊັນສັນຍາ ປາຣີ - ຄວາມໝາຍປະຫວັດສາດ ແລະ ບົດຮຽນ

ບັນດາບົດປະກອບຄຳເຫັນຢູ່ທີ່ນີ້ໄດ້ຍົກອອກຂອບຂະໜາດ, ຄວາມໝາຍຂອງສັນຍາ ປາຣີ ສຳລັບວິວັດທະນາການປະຫວັດສາດຂອງຊາດ ແລະ ການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດຂອງປະຊາຊົນ ຫວຽດນາມ.
  ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: qdnd.vn)  

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່ (27 ມັງກອນ 1973 – 27 ມັງກອນ 2023), ຕອນເຊົ້າວັນທີ 16 ມັງກອນ, ຢູ່ ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກ ສົມທົບກັບກະຊວງການຕ່າງປະເທດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ: “50 ປີແຫ່ງວັນເຊັນສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່- ຄວາມໝາຍປະຫວັດສາດ ແລະ ບົດຮຽນ”.

ບັນດາບົດປະກອບຄຳເຫັນຢູ່ທີ່ນີ້ໄດ້ຍົກອອກຂອບຂະໜາດ, ຄວາມໝາຍຂອງສັນຍາ ປາຣີ ສຳລັບວິວັດທະນາການປະຫວັດສາດຂອງຊາດ ແລະ ການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດຂອງປະຊາຊົນ ຫວຽດນາມ. ວັນທີ 27 ມັງກອນ 1973, ສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່ໄດ້ລົງນາມຢູ່ ປາຣີ, ປະເທດ ຝລັ່ງ ຢ່າງເປັນທາງການ, ສ້າງບາດລ້ຽວໃນປະຫວັດສາດການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດຂອງປະຊາຊົນ ຫວຽດນາມ; ສ້າງຄວາມສະດວກແກ່ການປະຕິວັດ ຫວຽດນາມ ສືບຕໍ່ກ້າວຂຶ້ນຍາດເອົາໄຊຊະນະໃໝ່ ເຊິ່ງສຸດຍອດແມ່ນໄຊຊະນະລະດູບານໃໝ່ປີ 1975, ປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ.


top