ຂ່າວສານ

50 ປີ ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອັງ​ກິດ: ສາດ​ສະ​ດາ​ຈານ ອັງ​ກິດ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ແລະ ວິ​ທະ​ຍາ​ສາດ

ຫວຽດນາມ ແລະ ອັງກິດ ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການສຶກສາ ແລະ ວິທະຍາສາດ, ເຊິ່ງເປັນຂົງເຂດທີ່ ອັງກິດ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.
  ທ່ານສາດສະດາຈານ Patrick Callaghan  

ນີ້ແມ່ນຂໍ້ສັງເກດຂອງທ່ານສາດສະດາຈານ Patrick Callaghan, ຮອງຜູ້ອຳນວຍການມະຫາວິທະຍາໄລ London South Bank (LSBU), ວັນທີ 3 ພຶດສະພາ, ເນື່ອງໃນໂອກາດທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ ໄປຍັງລາຊະອານາຈັກ ອັງກິດ ເພື່ອເຂົ້າຮ່ວມພິທີຂຶ້ນຄອງລາຊະບັນລັງ ເຈົ້າຊີວິດ Charles III ແລະ ມະເຫສີ Camilla, ແຕ່ວັນທີ 4 – 6 ພຶດສະພາ.

ຕີລາຄາກ່ຽວກັບການພົວພັນລະຫວ່າງສອງປະເທດ, ທ່ານສາດສະດາຈານ Callaghan ຊີ້ແຈ້ງວ່າ ການພົວພັນ ຫວຽດນາມ - ອັງກິດ ພວມພັດທະນາຢ່າງດີງາມທີ່ສຸດ. ເລື່ອງສອງປະເທດລົງນາມໃນສັນຍາການຄ້າເສລີສອງຝ່າຍ (UKVFTA) ໃນເດືອນທັນວາ 2020, ມີຜົນສັກສິດຢ່າງເປັນທາງການໃນເດືອນພຶດສະພາ 2021 ນັ້ນ, ໄດ້ຊ່ວຍຍົກວົງເງິນການຄ້າສອງສົ້ນບັນລຸກວ່າ 6,8 ຕື້  ປອນ ໃນປີກາຍ. ຫວຽດນາມ ແລະ ອັງກິດ ສາມາດຊຸກຍູ້ການພົວພັນສອງຝ່າຍຫຼາຍກວ່າອີກ ໂດຍຜ່ານການຮ່ວມມືດ້ານການສຶກສາ ແລະ ຄົ້ນຄວ້າວິທະຍາສາດ, ເຊິ່ງເປັນຂົງເຂດທີ່ມີກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງ. ພິເສດ, ແມ່ນການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ ບໍ່ພຽງແຕ່ຈຳກັດໃນການສຶກສາຂັ້ນປະລິນຍາຕີເທົ່ານັ້ນ ຫາກຍັງສາມາດເປີດກວ້າງອອກລະດັບອື່ນໆອີກດ້ວຍ.

 


top