ຂ່າວສານ

49 ປີ ຫວຽດນາມ ຮ່ວມເດີນທາງພ້ອມກັບ ສະຫະປະຊາຊາດ

ວັນທີ 20 ກັນຍາ, ສະເຫຼີມສະຫຼອງ 49 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກທີ 149 ຂອງສະຫະປະຊາຊາດຢ່າງເປັນທາງການ (ວັນທີ 20 ກັນຍາ 1977 – ວັນທີ 20 ກັນຍາ 2026). ວັນນີ້ໄດ້ສ້າງຂີດໝາຍທີ່ສຳຄັນໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ.
  ຫວຽດນາມ ເຂົ້າເປັນສະມາຊິກທີ 149 ຂອງສະຫະປະຊາຊາດຢ່າງເປັນທາງການ ເມື່ອວັນທີ 20 ກັນຍາ 1977 (ພາບ​ປະ​ກອບ: VNA)  

ພາຍ​ຫຼັງເຂົ້າ​ເປັນ​ສະ​ມາ​ຊິກສະຫະປະຊາຊາດ, ຫວຽດນາມ ສາມາດ​ຍາດ​ແຍ່ງ​ໄດ້ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງ​ບັນ​ດາປະເທດສະມາຊິກ ​ເພື່ອ​ໃຫ້​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ​ຄັ້ງທີ 32 (ປີ 1977) ຮັບ​ຮອງ​ເອົາ​ມະ​ຕິ​ເລກ​ທີ 32/2 ຮຽກຮ້ອງໃຫ້ບັນດາປະເທດ, ອົງການຈັດຕັ້ງສາກົນອຸ​ປະ​ຖຳ, ໜູນ​ຊ່ວຍ ຫວຽດນາມ ກໍ່ສ້າງປະເທດຄືນໃໝ່​ພາຍຫຼັງສົງຄາມ. ໃນ​ຊຸມປີຕໍ່​ມາ, ​ບັນ​ດາໂຄງການຮ່ວມມືກັບລະບົບພັດທະນາຂອງ​ສະ​ຫະ​ປະ​ຊາ​ຊາດ ​ໄດ້​ປະ​ກອບ​ສ່ວນເຂົ້າໃນການສະໜອງທຶນ, ​ພູມ​ປ​ັນ​ຍາ, ເຕັກ​ນິກ ແລະ ​ບົດ​ຮຽນສາກົນໃຫ້ແກ່​ວິ​ວັດ​ການພັດທະນາເສດຖະກິດ - ສັງຄົມ ຂອງ ຫວຽດນາມ.

ຫວຽດນາມ ກໍ່​ນັບ​ມື້​ນັບເຂົ້າຮ່ວມ​ຢ່າງ​ເລິກ​ເຊິ່ງ ແລະ ປະກອບສ່ວນຢ່າງ ແທດຈິງ​ເຂົ້າ​ໃນວຽກງານ​ລ​ວ​ມ​ຂອງສະຫະປະຊາຊາດ, ​ນັບແຕ່ການຮັກສາ ສັນຕິພາບ, ການຮັບປະກັນສິດທິມະນຸດ, ​ການ​ໜູນ​ຊ່ວຍມະນຸດສະທຳ, ການພັດທະນາແບບ ຍືນຍົງ ຕະ​ຫຼອດ​ຮອດການ​ຮັບ​ມື​ກັບ​ບັນ​ດາສິ່ງທ້າທາຍທົ່ວໂລກ; ພ້ອມ​ກັນ​ນັ້ນ​ກໍ່ເຂົ້າຮ່ວມວິ​ວັດ​​ການ​ສ້າງຂໍ້ກຳນົດກົດລະບຽບ, ມາດຕະຖານ ແລະ ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ອົງ​ການເທື່ອລະກ້າວ. ເລື່ອງເຂົ້າຮ່ວມ​ທີ່​ນັບ​ມື້​ນັບຕັ້ງໜ້າ, ເປັນ​ເຈົ້າ​ການ​ຢູ່ສະຫະປະຊາຊາດ ໄດ້​ປະ​ກອບ​ສ່ວນ​ຊ່ວຍ​ໃຫ້ ຫວຽດນາມ ເຮັດ​ໃຫ້ການພົວພັນຕ່າງປະເທດ ​ນັບທັງດ້ານຫຼາຍຝ່າຍ ແລະ ສອງຝ່າຍເລິກ​ເຊິ່ງ​ຂຶ້​ນ​ຕື່ມ.


top