ຂ່າວສານ

48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ຫວຽດນາມ - ລາວ: ສາຍພົວພັນອັນສະໜິດແໜ້ນ

ວັນທີ 18 ກໍລະກົດ 1977, 2 ຝ່າຍໄດ້ເປັນເອກະພາບລົງນາມສົນທິສັນຍາຈຳນວນໜຶ່ງ ແລະ ອອກຖະແຫຼງການຮ່ວມ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຢ່າງຍາວນານລະຫວ່າງ 2 ປະເທດ

 

ເສັ້ນທາງ ໂຮ່ຈີມິນ ປະຫວັດສາດ (ພາບ: TTXVN)

ກ່ອນນີ້ 48 ປີ, ຄະນະຜູ້ແທນຂັ້ນສູງພັກ ແລະ ລັດຖະບານ ຫວຽດນາມ, ໂດຍທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ເລຢວນ ແລະ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ນຳໜ້າ, ໄດ້ມີການຢ້ຽມຢາມມິດຕະພາບຢ່າງເປັນທາງການ ສປປ.ລາວ ແຕ່ວັນທີ 15 – 18 ກໍລະກົດ 1977. ວັນທີ 18 ກໍລະກົດ 1977, 2 ຝ່າຍໄດ້ເປັນເອກະພາບລົງນາມສົນທິສັນຍາຈຳນວນໜຶ່ງ ແລະ ອອກຖະແຫຼງການຮ່ວມ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຢ່າງຍາວນານລະຫວ່າງ 2 ປະເທດ, ໃນນັ້ນ ມີສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ. ນີ້ແມ່ນເອກະສານພິເສດ, ມີລັກສະນະຍຸດທະສາດຍາວນານ, ເປັນພື້ນຖານດ້ານການເມືອງ ແລະ ນິຕິກຳສຳຄັນ ເພື່ອປັບປຸງ ແລະ ເພີ່ມທະວີນ້ຳໃຈສາມັກຄີ, ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ, ແມ່ນຂີດໝາຍປະຫວັດສາດທີ່ຍິ່ງໃຫຍ່, ສ້າງຂີດໝາຍເປັນບາດລ້ຽວໃໝ່ໃນສາຍພົວພັນມິດຕະພາບ, ການຮ່ວມມືພ້ອມກັນພັດທະນາຂອງ 2 ປະເທດ.

ທ່ານພັນຕີ ຫຸມພັນ ຈັນສະງ່າ, ຫົວໜ້າຫໍພິພິຕະພັນມູນເຊື້ອຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ (ພາບ: TTXVN)

ໜຶ່ງໃນບັນດາສັນຍາລັກທີ່ມີຊີວິດຊີວາທີ່ສຸດໃນນ້ຳໃຈແບບພິເສດ ຫວຽດນາມ - ລາວ ແມ່ນເສັ້ນທາງ ໂຮ່ຈີມິນ ປະຫວັດສາດ. ທ່ານພັນຕີ ຫຸມພັນ ຈັນສະງ່າ, ຫົວໜ້າຫໍພິພິຕະພັນມູນເຊື້ອຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ຢູ່ແຂວງ ສະຫວັນນະເຂດ, ເນັ້ນໜັກວ່າ:

“ເສັ້ນທາງ ໂຮ່ຈີມິນ ບໍ່ພຽງແຕ່ແມ່ນເສັ້ນທາງຍຸດທະສາດ, ເປັນສັນຍາລັກຂອງສາຍພົວພັນທີ່ຍິ່ງໃຫຍ່ລະຫວ່າງ ລາວ - ຫວຽດນາມ ເທົ່ານັ້ນ, ຫາກຍັງ ແມ່ນ “ສາຍ” ຕິດພັນຢ່າງສະໜິດແໜ້ນເພື່ອໃຫ້ 2 ປະເທດ ລາວ - ຫວຽດນາມ ຮຽງບ່າຮຽງໄຫຼ່ຕະຫຼອດໄປອີກດ້ວຍ. ມີພຽງແຕ່ ລາວ ແລະ ຫວຽດນາມ ຈຶ່ງສາມາດພ້ອມກັນຕົກລົງຮ່ວມມື, ຮ່ວມຂຸມຄອງດຽວກັນ ແລະ ມຸ່ງໄປເຖິງຈຸດປະສົງໜຶ່ງດຽວແມ່ນຂັບໄລ່ສັດຕູໂຕດຽວກັນ”.


top