ຂ່າວສານ

40ປີແຫ່ງການຕໍ່ສູ້ປົກປັກຮັກສາເຂດຊາຍແດນທາງພາກເໜືອ: ຄວາມຊົງຈຳຂອງນັກຊ່ຽວຊານດ້ານການທະຫານໂຊຫວຽດທີ່ຮັກຫອມຫວຽດນາມ

      ເມື່ອແບ່ງປັນຄຳຄິດເຫັນເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງການຕໍ່ສູ້ປົກປັກຮັກສາເຂດຊາຍແດນທາງພາກເໜືອ ( 17 ກຸມພາ 1979 – 17 ກຸມພາ 2019) ຂອງຫວຽດນາມ
ທ່ານພົນຈັດຕະວາລັດເຊຍ Viktor Demyanenko, ນັກຊ່ຽວຊານດ້ານການທະຫານຢູ່ເຂດຊາຍແດນທາງພາກເໜືອຂອງຫວຽດນາມ, ເນັ້ນໜັກວ່າ: ໄຊຊະນະໃນການຕໍ່ສູ້ນັ້ນ ແມ່ນຜົນງານຂອງຈິດໃຈອັນແຮງກ້າ, ຄວາມຕັດສິນໃຈຂອງກອງທັບປະຊາຊົນຫວຽດນາມ, ພາບພົດທີ່ສ້າງຄວາມປະທັບໃຈທີ່ສຸດສຳລັບບັນດານັກຊ່ຽວຊານໂຊຫວຽດ ນັ້ນແມ່ນ, ຊາດຫວຽດນາມ ແມ່ນຊາດທີ່ພິລະອາດຫານ, ຍອມເສຍສະຫຼະຊີວິດຫາກບໍ່ຍອມສູນເສຍດິນແດນຂອງບ້ານເກີດເມືອງນອນ. ຕາມທ່ານແລ້ວ, ປະຊາຊົນຫວຽດນາມ ແຕ່ລະຄົນໄດ້ປະຕິບັດຖືກຕາມຄຳສັ່ງສອນຂອງປະທານໂຮ່ຈິມິນ ທີ່ວ່າ “ບໍ່ມີສິ່ງໃດທີ່ປະເສີດເລີດລ້ຳເໜືອກວ່າເອກະລາດ, ເສລີພາບ”. ເຊິ່ງເປັນທະຫານຄົນໜຶ່ງທີ່ໄດ້ອຸທິດສ່ວນໃຫ້ໜ້າທີ່ວຽກງານເປັນນາຍທະຫານໃນເວລາກວ່າ 45 ປີ, ພົນຈັດຕະວາ Viktor Demyanenko ໃຫ້ຮູ້ວ່າ: ຍາມໃດຂ້າພະເຈົ້າກໍ່ມານະພະຍາຍາມປົກປັກຮັກສາຫວຽດນາມ ຄືດັ່ງຂ້າພະເຈົ້າປົກປັກຮັກສາປະເທດຂອງຕົນ. ຂ້າພະເຈົ້າຖືຕົນເອງແມ່ນຜູ້ຮັກຫອມປະເທດຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 


top