ຂ່າວສານ

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.
(ພາບປະກອບ: VOV)

ການຜັນຂະຫຍາຍຮູບແບບອຳນາດການປົກຄອງ 2 ຂັ້ນຢູ່ 34 ແຂວງ, ນະຄອນແມ່ນບາດກ້າວເດີນສຳຄັນໃນການປະຕິຮູບລະບອບລະບຽບການ ແລະ ສັບຊ້ອນກົງຈັກໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບຢູ່ ຫວຽດນາມ. ການຜັນຂະຫຍາຍນີ້ໄດ້ດຳເນີນໄປຢ່າງຄົບຊຸດ, ຮອບດ້ານ, ນັບແຕ່ການສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ ຕະຫຼອດຮອດການປະກາດໃຊ້ການແນະນຳລະອຽດເພື່ອທ້ອງຖິ່ນຈັດຕັ້ງປະຕິບັດ.

ປະຕິບັດຢ່າງເປັນປົກກະຕິ, ບາດກ້າວທຳອິດກົງຈັກເຂົ້າເປັນລະບົບລະບຽບ

    ພາຍຫຼັງໄດ້ນຳເຂົ້າເຄື່ອນໄຫວມາເປັນເວລາ 4 ເດືອນ (ແຕ່ວັນທີ 1 ກໍລະກົດປີ 2025), ຮູບແບບອຳນາດການປົກຄອງ 2 ຂັ້ນໄດ້ເຄື່ອນໄຫວລຸລ່ວງໂດຍພື້ນຖານ, ປະກອບສ່ວນແກ້ໄຂລະບຽບການບໍລິຫານໃຫ້ແກ່ ປຊຊ ແລະ ວິສາຫະກິດ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງບຢູ່ຮາກຖານ. ອັດຕາສ່ວນແກ້ໄຂສຳເນົາເອກະສານຖືກຕ້ອງຕາມການກຳນົດເວລາໄດ້ເພີ່ມຂຶ້ນ, ເວລາລໍຖ້າຫລຸດລົງ, ຂັ້ນຕອນເຊື່ອມຕໍ່ເອກະສານແມ່ນຈະແຈ້ງກ່ວາ.

  ເມື່ອແລກປ່ຽນທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ທ່ານຮອງນາຍົກລັດຖະມົນຕີ ນາງ ຟ້າມທິແທັງຈ່າ ຊີ້ແຈ້ງວ່າ: ທາດແທ້ຂອງຮູບແບບໃໝ່ ແມ່ນຫັນການຄຸ້ມຄອງບໍລິຫານ ໄປສູ່ການບໍລິຫານແບບສ້າງສັນ, ຮັບໃຊ້ ປຊຊ, ມຸ່ງໄປສູ່ເປົ້າໝາຍສູງສຸດ ແມ່ນການພັດທະນາຂອງປະເທດຊາດ ແລະ ຄວາມຜາສຸກຂອງ ປຊຊ:

    ນີ້ບໍ່ແມ່ນການດັດປັບດ້ານເຕັກນິກໃນຮູບແບບການຈັດຕັ້ງ, ຫາກຍັງແມ່ນການປ່ຽນແປງອັນເປັນພື້ນຖານ, ເຖິງຖອງ ແລະ ຮອບດ້ານ, ສົ່ງຜົນກະທົບຕໍ່ທິດສະດີປັດຊະຍາການຈັດຕັ້ງສິດອຳນາດ, ລະບອບລະບຽບການ, ວິທີການຄຸ້ມຄອງບໍລິຫານ, ຈິນຕະນາການກ່ຽວກັບກົງຈັກ ແລະ ບຸກຄະລາກອນຂອງລັດ, ວິທີການບໍລິຫານກໍ່ຄືເປົ້າໝາຍຂອງການພັດທະນາ. ການປ່ຽແປງນີ້ເລີ່ມຈາກຄຳຮຽກຮ້ອງອັນຮີບດ່ວນຂອງຕົວຈິງ, ສອດຄ່ອງກັບທ່າອ່ຽງລວມຂອງໂລກ ແລະ ເພື່ອແນໃສ່ຮັບໃຊ້ເປົ້າໝາຍພັດທະນາປະເທດຊາດໃນໄລຍະໃໝ່.

ເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ

 ຕາມທ່ານຮອງນາຍົກລັດຖະມົນຕີ ນາງ ຟ້າມທິແທັງຈ່າ, ໃນໄລຍະທີ່ຈະມາເຖິງ, ລັດຖະບານຈະສຸມໃສ່ຊີ້ນຳຜັນຂະຫຍາຍ 6 ໝວດມາດຕະການຈຸດສຸມ ເພື່ອໃຫ້ຮູບແບບອຳນາດການປົກຄອງ 2 ຂັ້ນ ເສີມຂະຫຍາຍປະສິດທິຜົນໄດ້ຢ່າງແທ້ຈິງ:

          ມາດຕະການຈຸດສຸມທຳອິດແມ່ນສ້າງລະບົບລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ. ສະພາແຫ່ງຊາດໄດ້ປະກາດໃຊ້ກົດໝາຍ 34 ສະບັບທີ່ສະໄໝປະຊຸມຄັ້ງກ່ອນ ແລະ ຄດວ່າຈະສືບຕໍ່ປະກາດໃຊ້ກົດໝາຍ 19 ສະບັບທີ່ສະໄໝປະຊຸມຄັ້ງນີ້. ນີ້ແມ່ນບັນດາເອກະສານນິຕິກຳສຳຄັນ, ມີການກ່ຽວຂ້ອງໂດຍກົງຕໍ່ການເຄື່ອນໄຫວພື້ນຖານການບໍລິຫານ. ໄປຄຽງຄູ່ກັບວຽກງານນິຕິກຳ, ລັດຖະບານຈະສືບຕໍ່ຊີ້ນຳການສ້າງສຳເລັດບັນດາບັນຫາຫຼັກແຫຼ່ງກ່ຽວກັບການຈັດຕັ້ງກົງຈັກ, ການຮັບບັນຈຸ, ກໍ່ຄືບັດາຂໍ້ກຳນົດກ່ຽວກັບການຈັດແບ່ງປະເພດ ແລະ ມາດຖານຫົວໜ່ວຍບໍລິຫານ… ເປົ້າໝາຍໄດ້ວາງອອກແມ່ນຮອດທ້າຍປີ 2025, ລະບົບລະບອບລະບຽບການຈະໄດ້ສ້າງສຳເລັດໂດຍພື້ນຖານ.

         ລັດຖະບານຈະສ້າງຖັນແຖວພະນັກງານ, ລັດຖະກອນ, ພະລາກອນ ຕອບສະໜອງຄຳຮຽກຮ້ອງການເຄື່ອນໄຫວຂອງອຳນາດການປົກຄອງ 2 ຂັ້ນ, ພິເສດແມ່ນຢູ່ຂັ້ນຕາແສງ. ຕາມຕົວເລກສັງລວມຈາກ 34 ແຂວງ, ນະຄອນ, ສະເລ່ຍຈຳນວນພະນັກງານລັດຖະກອນຂັ້ນຕາແສງແມ່ນປະມານ 41 ຄົນ, ໃນນັ້ນ, ອັດຕາສ່ວນຜູ້ມີລະດັບວິຊາສະເພາະບໍ່ທັນເໝາະສົມ ມີພຽງແຕ່ 5.38% ເທົ່ານັ້ນ. ເຖິງແນວນັ້ນກໍ່ຕາມ, ຍ້ອນຮູບແບບໃໝ່, ຄວາມສາມາດຂອງພະນັກງານພາກສ່ວນໜຶ່ງຍັງບໍ່ທັນຕອບສະໜອງຄຳຮຽກຮ້ອງໄດ້ໃນທັນທີເທື່ອ.

   ພາຍຫຼັງເວລາ 4 ເດືອນທີ່ໄດ້ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນກໍ່ສະແດງໃຫ້ເຫັນວ່າ ຮູບແບບນີ້ພວມຄ່ອຍໆຫັນກົງຈັກກະທັດລັດກວ່າ, ມີໄຫວພິບກວ່າ ແລະ ໃກ້ຊິດກັບ ປຊຊ ກວ່າ ໃຫ້ປະກົດຜົນເປັນຈິງ. ຄືດັ່ງຄຳຢືນຢັນຂອງ ທ່ານ ໂຕເລິມ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢູ່ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ທີ່ຈັດຂຶ້ນໃນວັນທີ 5 ພະຈິກ ທີ່ວ່າ: ຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແລະ ບັນຍາກາດພັດທະນາໃໝ່ ຈະເປັນໄມ້ງັດດ້ານລະບອບລະບຽບການ, ຫັນແຫຼ່ງກຳລັງເປັນກຳລັງໜູນ, ນຳຄວາມສາມາດບົ່ມຊ້ອນເປັນການເຕີບໂຕສູງ ແລະ ຍືນຍົງ, ປະກອບສ່ວນຫັນບັນດາເປົ້າໝາຍ 100 ປີໃຫ້ປະກົດຜັນເປັນຈິງ ໃນຄວາມເປັນລະບຽບຮຽບຮ້ອຍຂອງພາກພື້ນ ແລະ ໂລກທີ່ເຕັມໄປດ້ວຍການຜັນແປ./.


top