ຂ່າວສານ

4 ປະເທດ ເອີລົບ ໜູນຊ່ວຍ ຫວຽດນາມ ຮັບວັກຊິນກັນໂຄວິດ-19 ເກືອບ 6,3 ລ້ານໂດສ

ວັກຊິນທີ່ຫາກໍ່ສົ່ງມາຮອດ ຫວຽດນາມ ແມ່ນດ້ວຍປະລິມານວັກຊິນໃຫຍ່ທີ່ສຸດຂອງ ເຢຍລະມັນ ທີ່ໜູນຊ່ວຍ ຫວຽດນາມ ໄລ່ມາຮອດປະຈຸບັນ.
(ພາບປະກອບ: TTXVN)

ສະຫະພັນ ເຢຍລະມັນ, ລາຊະອານາຈັກ ລຸກຊຳບວກ, ສ.ປອກຕຸຍການ, ລາຊະອານາຈັກ ອັງກິດ ຫາກໍ່ໜູນຊ່ວຍ ວັກຊິນກັນໂຄວິດ-19 ໃຫ້ ຫວຽດນາມ ຕື່ມອີກ 6,27 ລ້ານໂດສ ຜ່ານກົນໄກ “ທົ່ວໂລກເຂົ້າເຖິງວັກຊິນກັນໂຄວິດ-19” (COVAX).

        ທ່ານປະລິນຍາເອກ Guido Hidner, ເອກອັກຄະລັດຖະທູດສະຫະພັນ ເຢຍລະມັນ ປະຈຳ ຫວຽດນາມ ແບ່ງປັນວ່າ, ປີ 2022 ເຢຍລະມັນ ຈະສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການຕໍ່ສູ້ຕ້ານຜົນກະທົບຂອງໂລກລະບາດ, ພ້ອມທັງສະໜອງວັກຊິນງວດຕໍ່ໄປຜ່ານກົນໄກ COVAX. ວັກຊິນທີ່ຫາກໍ່ສົ່ງມາຮອດ ຫວຽດນາມ ແມ່ນດ້ວຍປະລິມານວັກຊິນໃຫຍ່ທີ່ສຸດຂອງ ເຢຍລະມັນ ທີ່ໜູນຊ່ວຍ ຫວຽດນາມ ໄລ່ມາຮອດປະຈຸບັນ, ໄດ້ຍົກຈຳນວນວັກຊິນທີ່ ເຢຍລະມັນ ໜູນຊ່ວຍ ຫວຽດນາມ ຂຶ້ນຫຼາຍກວ່າ 10 ລ້ານໂດສ.

        ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະຈຳ ຫວຽດນາມ Gareth Ward ກໍ່ໃຫ້ຮູ້ວ່າ, ຈຳນວນວັກຊິນດັ່ງກ່າວແມ່ນສ່ວນໜຶ່ງຂອງ ອັງກິດ ທີ່ໜູນຊ່ວຍ ຫວຽດນາມ ໃນການປະຕູພື້ນຖານເສດຖະກິດ ດ້ວຍວິທີຊຸກຍູ້ການສັກວັກຊິນກະຕຸ້ນໃນຂອບຂະໜາດໃຫຍ່ກວ່າ.

        ສ່ວນຜູ້ຕາງໜ້າສະຖານທູດ ລຸກຊຳບວກ ແລະ ເອກອັກຄະລັດຖະທູດ ປອກຕຸຍການ ປະຈຳ ຫວຽດນາມ, ຢືນຢັນວ່າ ໃນສະພາບໂລກລະບາດຄືໃນປະຈຸບັນ, 2 ປະເທດຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນຂົງເຂດສາທາລະນະສຸກ ເພື່ອຮັບມືກັບບັນດາສິ່ງທ້າທາຍຍ້ອນໂລກລະບາດກໍ່ຂຶ້ນ ແລະ ຮັບປະກັນສິດຍຸຕິທຳໃນການເຂົ້າເຖິງວັກຊິນກັນໂຄວິດ-19 ໃຫ້ແກ່ປະຊາຊົນ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top