ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ກໍ່ຜົນຮ້າຍຢ່າງຮ້າຍແຮງ, ພາໃຫ້ເສດຖະກິດ - ສັງຄົມຂອງ 2 ປະເທດເວົ້າສະເພາະ ກໍຄືການພົວພັນກັບສາກົນເວົ້າລວມມີການປ່ຽນແປງຢ່າງເລິກເຊິ່ງ.
ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ກໍ່ຜົນຮ້າຍຢ່າງຮ້າຍແຮງ (ພາບປະກອບ: REUTERS)
ວັນທີ 24 ກຸມພາ ປີ 2026 ແມ່ນວັນຄົບຮອບ 4 ປີແຫ່ງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ເຊິ່ງແມ່ນການປະທະກັນດ້ານການທະຫານ ໃຫຍ່ທີ່ສຸດຢູ່ ເອີລົບ ນັບແຕ່ສົງຄາມໂລກຄັ້ງທີ 2. 4 ປີໄດ້ຜ່ານໄປແລ້ວ, ແຕ່ບັນດາຄວາມຫວັງກ່ຽວກັບມາດຕະການແກ້ໄຂໂດຍສັນຕິຍາວນານຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ.
ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນໃນວັນທີ 24 ກຸມພາ 2022 ເມື່ອ ລັດເຊຍ ປຸກລະດົມການໂຈມຕີດ້ານການທະຫານພິເສດໃສ່ ຢູແກຼນ ພາຍຫຼັງ 2 ຝ່າຍມີຄວາມບໍ່ລົງລອຍກັນຢ່າງຮ້າຍແຮງກ່ຽວກັບຫຼາຍບັນຫາຄວາມໝັ້ນຄົງ ແລະ ພູມສາດການເມືອງທີ່ມີລັກສະນະຍຸດທະສາດໃນໄລຍະຍາວ.
ຄວາມເສຍຫາຍເພີ່ມຂຶ້ນ
ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ກໍ່ຜົນຮ້າຍຢ່າງຮ້າຍແຮງ, ພາໃຫ້ເສດຖະກິດ - ສັງຄົມຂອງ 2 ປະເທດເວົ້າສະເພາະ ກໍຄືການພົວພັນກັບສາກົນເວົ້າລວມມີການປ່ຽນແປງຢ່າງເລິກເຊິ່ງ.
ຄວາມເສຍຫາຍໃຫຍ່ທີ່ສຸດສຳລັບລັດເຊຍ ແລະ ຢູແກຼນ ແມ່ນດ້ານຊີວິດອິນຊີ. ເຖິງວ່າບັນດາຕົວເລກຊັດເຈນກ່ຽວກັບພົນທະຫານຖືກເສຍຊີວິດ ແລະຮັບບາດເຈບບໍ່ໄດ້ ລັດເຊຍ ແລະ ຢູແກຼນ ປະກາດເທື່ອ ແຕ່ຕາມຜົນການຄົ້ນຄ້ວາຂອງບັນດາສະຖາບັນຄົ້ນຄ້ວາໃນໂລກແລ້ວ, ຄາດວ່າ ມີພົນທະຫານ ລັດເຊຍ ແລະ ຢູແກຼນ ນັບລ້ານຄົນເສຍຊີວິດ. ຈຳນວນສາມັນຊົນຖືກເສຍຊີວິດຍ້ອນການປະທະກັນກໍ່ຂຶ້ນເຖິງນັບແສນຄົນ. ສະເພາະຢູແກຼນ, ຄວາມເສຍຫາຍດ້ານຊີວິດອິນຊີ ຍ້ອນການປະທະກັນແລະ ເລື່ອງປະຊາຊົນນັບລ້ານຄົນອົບພະຍົບໄປປະເທດອື່ນ ອາດສາມາດເຮັດໃຫ້ຂອບຂະໜາດພົນລະເມືອງຂອງປະເທດຍາກທີ່ຈະຟື້ນຟູໄດ້, ຄາດຄະເນວ່າຈຳນວນພົນລະເມືອງຂອງ ຢູແກຼນ ອາດຈະຫຼຸດລົງຕ່ຳກວ່າ 30 ລ້ານຄົນໃນປີ 2050. ທ່ານ Christian Lindmeier, ໂຄສົກຂອງອົງການອະນາໄມໂລກ (WHO), ໃຫ້ຮູ້ວ່າ:
“ນັບແຕ່ເດືອນ ກຸມພາ 2022, ໝາຍຄວາມວ່າໃນໄລຍະເວລາພຽງ 4 ປີ, ຈຳນວນຄົນພິການຍ້ອນການປະທະກັນຢູ່ ຢູແກຼນ ໄດ້ເພີ່ມຂຶ້ນເກືອບ 400.000 ຄົນ. ບັນຫາຢູ່ທີ່ນີ້ບໍ່ພຽງແຕ່ແມ່ນຕົວເລກເທົ່ານັ້ນ ຫາກຍັງແມ່ນການຂາດແຄນການໜູນຊ່ວຍ, ເລື່ອງບໍ່ສາມາດໄປມາຢ່າງເສລີ, ເລື່ອງຂາດແຫຼ່ງສະໜອງທີ່ຈຳເປັນເພື່ອໜູນຊ່ວຍບັນດາຄົນພິການ… ສະນັ້ນ, ເບື້ອງຫຼັງຕົວເລກເຫຼົ່ານັ້ນແມ່ນເລື່ອງລາວທີ່ໃຫຍ່ກວ່ານັ້ນຫຼາຍ”.
ການປະທະກັນແກ່ຍາວໄດ້ກໍ່ຄວາມເສຍຫາຍຢ່າງຮ້າຍແຮງໃຫ້ແກ່ພື້ນຖານເສດຖະກິດຂອງ 2 ປະເທດ. ຢູ່ ຢູແກຼນ, ພື້ນຖານໂຄງລ່າງ, ພິເສດແມ່ນພື້ນຖານໂຄງລ່າງພະລັງງານ ແລະ ຄົມມະນາຄົມ, ຖືກທຳລາຍຢ່າງຮ້າຍແຮງ. ຕົວເລກຫຼ້າສຸດໂດຍທະນາຄານໂລກ (WB) ປະກາດໃນວັນທີ 23 ກຸມພາ ໃຫ້ຮູ້ວ່າ ລາຍຈ່າຍເພື່ອກໍ່ສ້າງ ຢູແກຼນ ຄືນໃໝ່ແມ່ນຂຶ້ນເຖິງ 588 ຕື້ USD ໃນ 1 ທົດສະວັດຈະມາເຖິງ. ສຳລັບຝ່າຍ ລັດເຊຍ, ການປະທະກັນກັບ ຢູແກຼນ ເຮັດໃຫ້ ລັດເຊຍ ຖືກຮັບບັນດາຄຳສັ່ງລົງໂທດຢ່າງໜັກໜ່ວງຈາກບັນດາປະເທດຝ່າຍຕາເວັນຕົກ ແລະ ເຖິງວ່າ ເສດຖະກິດຂອງ ລັດເຊຍ ໃນໄລຍະເວລາ 4 ປີຜ່ານມາຍັງຄົງຕົວຢ່າງໝັ້ນຄົງໄດ້ກໍ່ຕາມ, ແຕ່ຄວາມກົດດັນຈາກບັນດາຄຳສັ່ງລົງໂທດນີ້ນັບມື້ນັບເພີ່ມຂຶ້ນ. ໃນໄລຍະຍາວ, ບັນດາຄຳສັ່ງລົງໂທດນີ້ຈະສ້າງເປັນຮົ້ວກີດຂວາງໃຫຍ່ຕໍ່ການເຕີບໂຕຢ່າງໝັ້ນທ່ຽງຂອງ ລັດເຊຍ ແລະ ສ້າງຄວາມສ່ຽງໃຫຍ່ຕໍ່ການຂາດຄວາມສົນດຸນດ້ານເສດຖະກິດ.
ຄຳຖາມເຊິ່ງບັນດາຝ່າຍລ້ວນແຕ່ຫວັງວ່າຈະມີຄຳຕອບນັ້ນແມ່ນ: ເມືອໃດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຈະສິ້ນສຸດລົງ? (ພາບ: Hamad Al Kaabi/UAE Presidential Court/Handout via REUTERS)
ຄຳຖາມກ່ຽວກັບຈຸດເວລາ
ໃນຈຸດເວລາທີ່ການປະທະກັນນອງເລືອດທີ່ສຸດຢູ່ເຂດດິນແດນໃນ ເອີລົບ ນັບແຕ່ຫຼັງສົງຄາມໂລກຄັ້ງທີ 2 ຄົບຮອບ 4 ປີ, ຄຳຖາມເຊິ່ງບັນດາຝ່າຍລ້ວນແຕ່ຫວັງວ່າຈະມີຄຳຕອບນັ້ນແມ່ນ: ເມືອໃດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຈະສິ້ນສຸດລົງ? ຕາມທ່ານ Samir Puri, ນັກໄຈ້ແຍກດ້ານການເມືອງ ແລະ ນັກຊ່ຽວຊານຄົ້ນຄວ້າກ່ຽວກັບສົງຄາມຢູ່ໂຮງຮຽນ King’s College ທີ່ນະຄອນຫຼວງ ລອນດອນ, ປະເທດ ອັງກິດ ແລ້ວ, ບໍ່ມີຜູ້ໃດສາມາດໃຫ້ຄຳຕອບຢ່າງຊັດເຈນໄດ້ ຍ້ອນປະຫວັດສາດໂລກຊີ້ໃຫ້ເຫັນວ່າ ບັນດາການເຈລະຈາໃນໄລຍະທີ່ 2 ຝ່າຍຍັງປະເຊີນໜ້າ ເຄີຍຈະແກ່ຍາວ ແລະ ເກີດຫຼາຍບັນຫາບໍ່ຄາດຄິດໄດ້. ເລື່ອງບັນດາຝ່າຍບໍ່ບັນລຸບຸກທະລຸໃດໆພາຍຫຼັງດຳເນີນການເຈລະຈາເປັນ 3 ຄັ້ງນັ້ນໄດ້ສະແດງໃຫ້ເຫັນວ່າ ເສັ້ນທາງພາໄປເຖິງການຢຸດຕິການປະທະກັນ ແລະ ຕໍ່ຈາກນັ້ນແມ່ນການສ້າງ ສັນຕິພາບໃນໄລຍະຍາວຍັງລຳບາກທີ່ສຸດ.
“ກ່ຽວກັບຊ່ອງຫວ່າງໃນທັດສະນະການເຈລະຈາລະຫວ່າງ 2 ຝ່າຍ, ຖ້າເຊື່ອໝັ້ນຕໍ່ບັນດາສິ່ງທີ່ຝ່າຍ ອາເມລິກາ ຖະແຫຼງ ແລ້ວ ຊ່ອງຫວ່າງນີ້ພວມຄ່ອຍໆຮັດແຄບລົງ ແລະ ມີພຽງບາງບັນຫາຫຍຸ້ງຍາກທີ່ຈຳເປັນຕ້ອງຮັບການແກ້ໄຂເທົ່ານັ້ນ, ໃນນັ້ນອາດຈະແມ່ນບັນຫາລະບຽບຂໍ້ກຳນົດຜືນແຜ່ນດິນຂອງເຂດ Donbass. ແຕ່ຂ້າພະເຈົ້າຄິດວ່າ ຄວາມຈິງຈະມີຄວາມແຕກຕ່າງກັນຫຼາຍ ຖ້າພວກເຮົາຖາມທັງຝ່າຍ ລັດເຊຍ ແລະ ຢູແກຼນ. ພິເສດແມ່ນທ່ານ Volodymyr Zelenskiy, ປະທານາທິບໍດີ ຢູແກຼນ ຜູ້ທີ່ ເຄີຍຖະແຫຼງຫຼາຍເທື່ອໃນສື່ສັງຄົມຢ່າງຈະແຈ້ງວ່າ ຍັງມີຄວາມແຕກຕ່າງກັນຫຼາຍລະຫວ່າງ 2 ທິມເຈລະຈາຂອງ ຢູແກຼນ ແລະ ຂອງ ລັດເຊຍ”.
ຕາມທ່ານ Ruslan Bortnik, ຫົວໜ້າສະຖາບັນການເມືອງ ຢູແກຼນ ແລ້ວ, ບັນດາການເຈລະຈາໃນປະຈຸບັນພຽງຢຸດຢູລະດັບການສຳຫຼວດເທົ່ານັ້ນ ແລະ ເລື່ອງລັດເຊຍ ແລະ ຢູແກຼນ ສາມາດບັນລຸຂໍ້ຕົກລົງໂດຍກົງເຊິ່ງກັນແລະກັນໄດ້ຫຼືບໍ່ຍັງແມ່ນຄຳຖາມຢູ່.
“ບໍ່ໂຊກດີແມ່ນຍັງບໍ່ທັນມີຂໍ້ຕົກລົງລະອຽດກ່ຽວກັບບັນຫາຍຸດທະສາດໃດ. ບັນດາບັນຫາການເມືອງໃນປະຈຸບັນຍັງບໍ່ທັນໄດ້ພິຈະລະນາ. ປະຈຸບັນ, ບັນດາບັນຫາກ່ຽວກັບການຄວບຄຸມຜືນແຜ່ນດິນ, ການຮັບປະກັນດ້ານການທະຫານ - ການເມືອງ - ຄວາມໝັ້ນຄົງຍັງແມ່ນບັນຫາລັບຂອງປະມຸດລັດ. ນອກນັ້ນ, ຝ່າຍ ຢູແກຼນ ກໍ່ເວົ້າຢ່າງຈະແຈ້ງວ່າ ນັບທັງເມື່ອບັນດາບັນຫາດັ່ງກ່າວໄດ້ຮັບການແກ້ໄຂ ກໍ່ຕ້ອງໄດ້ແກ້ໄຂຕາມຂອບ ແລະ ຮູບແບບຄືດັ່ງຂໍ້ຕົກລົງດ້ານທັນຍາຫານເມື່ອກ່ອນນີ້”.
ສ່ວນທ່ານ Oleh Saakian, ນັກໃຈ້ແຍກດ້ານການເມືອງຢູ່ ກີແອັບ (ຢູແກຼນ), ການເດີນທາງໄປຢ້ຽມຢາມ ຈີນ ຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ຄາດວ່າແຕ່ວັນທີ 31 ມີນາ ຮອດວັນທີ 02 ເມສາ, ຈະສຳຄັນທີ່ສຸດຕໍ່ການແກ້ໄຂການປະທະກັລະຫວ່າງ ລັດເຊຍ - ຢູແກຼນ ຍ້ອນ ຈີນ ໄດ້ຮັບຖືວ່າແມ່ນພັນທະມິດສຳຄັນທີ່ສຸດສຳລັບ ລັດເຊຍ. ມີນັກໄຈ້ແຍກບາງທ່ານກໍ່ຖືວ່າ ອຳນາດການປົກຄອງ ອາເມລິກາ ໄດ້ວາງເປົ້າໝາຍຢຸດຕິການປະທະກັນ ລັດເຊຍ - ຢູແກຼນ ກ່ອນເດືອນ ມີຖຸນາ ປີ 2026, ສະນັ້ນ, ບັນດາການເຄື່ອນໄຫວດ້ານການທູດຂັ້ນສູງໃນທົ່ວໂລກໃນໄລຍະຈະມາເຖິງ ຈະມີຄວາມໝາຍຕັດສິນຕໍ່ເລື່ອງ ບັນດາຝ່າຍສາມາດບັນລຸບາດກ້າວບຸກທະລຸໄດ້ຫຼືບໍ່./.