ຂ່າວສານ

4 ປະ​ເທ​ດ​ປຶກ​ສາ​ຫາ​ລື​ວິ​ທີ​ການ​ເປີດ​ຊ່ອງ​ແຄບ​ທະ​ເລ Hormuz ຄືນ​ໃໝ່

ກອງປະຊຸມໄດ້ສຸມໃສ່ເຂົ້າບັນດາຂໍ້ສະເໜີເພື່ອແນໃສ່ເປີດເສັ້ນທາງເດີນເຮືອຍຸດທະສາດນີ້, ລວມມີຄວາມສາມາດສ້າງກົນໄກຄຸ້ມຄອງລວມຕໍ່ສະແສນ້ຳມັນອາຍແກັດ, ກໍ່ຄືນຳໃຊ້ກົນໄກຈ່າຍເງິນ ຄ້າຍຄືກັນກັບ ຄອງເໝືອງ Suez.
  ກຳປັ່ນຜ່ານຊ່ອງແຄບທະເລ Hormuz. (ພາບ: ANI/TTXVN)  
ວັນທີ 29 ມີນາ, ລັດຖະມົນຕີ 4 ປະເທດ ລວມມີ ຕວັກກີ, ເອຢິບ, ປາກິດສະຖານ ແລະ ອາຣັບບິ ຊາອຸດິ ໄດ້ຈັດກອງປະຊມເປັນກຸ່ມຢູ່ນະຄອນ Islamabad ຂອງປາກິດສະຖານ ເພື່ອປຶກສາຫາລືບັນດາມາດຕາການຢຸດຕິການປະທະກັນ ຢູ່ພາກພື້ນຕາເວັນອອກກາງ ແລະ ຟື້ນຟູການເຄື່ອນໄຫວຂົນສົ່ງຜ່ານຊ່ອງແຄບທະເລ Hormuz. ກອງປະຊຸມໄດ້ສຸມໃສ່ເຂົ້າບັນດາຂໍ້ສະເໜີເພື່ອແນໃສ່ເປີດເສັ້ນທາງເດີນເຮືອຍຸດທະສາດນີ້, ລວມມີຄວາມສາມາດສ້າງກົນໄກຄຸ້ມຄອງລວມຕໍ່ສະແສນ້ຳມັນອາຍແກັດ, ກໍ່ຄືນຳໃຊ້ກົນໄກຈ່າຍເງິນ ຄ້າຍຄືກັນກັບ ຄອງເໝືອງ Suez. ບັນດາຂໍ້ສະເໜີນີ້ໄດ້ສົ່ງໄປຍັງຝ່າຍ ອາເມລິກາ ແລະ ກໍ່ໄດ້ແລກປ່ຽນກັບຝ່າຍອີຣານ. ກອງປະຊຸມໄດ້ແກ່ຍາວເປັນ 2 ວັນດ້ວຍການເຂົ້າຮ່ວມຂອງ ລັດຖະມົນຕີ 4 ປະເທດດັ່ງກ່າວ, ແຕ່ບໍ່ມີຜູ້ຕາງໜ້າຂອງອີຣານ, ອາເມລິກາ ແລະ ອິດສະລາແອັນ. ຄາດວ່າ, ຖະແຫຼງການຮ່ວມຈະໄດ້ປະກາດພາຍຫຼັງສິ້ນສຸດໂຄງການປຶກສາຫາລື.

top