ເຫດການ ແລະ ບັນຫາ

30 ປີແຫ່ງການພົວພັນ ສສ ຫວຽດນາມ - ສ ອາເມລິກາ: ຈາກອະດີດ ສັດຕູ ກາຍເປັນ ຄູ່ຮ່ວມມື ຍຸດທະສາດຮອບດ້ານ

ພາຍຫຼັງ 50 ປີ ສິ້ນສຸດສົງຄາມ ແລະ 30 ປີ ແຫ່ງການສ້າງຕັ້ງສາຍ ພົວພັນ ທາງການທູດ ລະຫວ່າງ ສສ ຫວຽດນາມ ແລະ ສ ອາເມລິກາ (12 ກໍລະກົດ 1995 – 12 ກໍລະກົດ 2025), ການພົວພັນ ລະຫວ່າງ ສອງປະເທດ ໄດ້ມີບາດກ້າວ ຢ່າງໃຫຍ່ຫຼວງ, ສອດຄ່ອງກັບຄວາມ ປາດຖະໜາ ແລະ ຜົນປະໂຫຍດ ຂອງປະຊາຊົນ ສອງປະເທດ, ພ້ອມ ທັງປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ອາຊີ-ປາຊີຟິກ ກໍຄືໃນທົ່ວໂລກ.
 

ພາຍຫຼັງ 50 ປີ ສິ້ນສຸດສົງຄາມ ແລະ 30 ປີ ແຫ່ງການສ້າງຕັ້ງສາຍ ພົວພັນ ທາງການທູດ ລະຫວ່າງ ສສ ຫວຽດນາມ ແລະ ສ ອາເມລິກາ (12 ກໍລະກົດ 1995 – 12 ກໍລະກົດ 2025), ການພົວພັນ ລະຫວ່າງ ສອງປະເທດ ໄດ້ມີບາດກ້າວ ຢ່າງໃຫຍ່ຫຼວງ, ສອດຄ່ອງກັບຄວາມ ປາດຖະໜາ ແລະ ຜົນປະໂຫຍດ ຂອງປະຊາຊົນ ສອງປະເທດ, ພ້ອມ ທັງປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ອາຊີ-ປາຊີຟິກ ກໍຄືໃນທົ່ວໂລກ.

ໃນສາມທົດສະວັດ ທີ່ຜ່ານມາ ເປັນສິ່ງພິສູດ ຢ່າງມີຊີວິດຊີວາ ເຖິງ ຄວາມພະຍາຍາມ ຂອງ ສອງປະເທດ ເພື່ອກ້າວຜ່ານອະດີດ, ສ້າງ ຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງການພົວພັນ ຄູ່ຮ່ວມມື ທີ່ນັບມື້ ນັບ ກວ້າງຂວາງ ເລິກເຊິ່ງ ແລະ ມີປະສິດທິຜົນ, ຈາກອະດີດສັດຕູ ກາຍ ເປັນຄູ່ຮ່ວມມື ຍຸດທະສາດຮອບດ້ານ. ທັງສອງຊາດ ຍາມໃດກໍຖືສຳ ຄັນ ບັນດາຫຼັກການພື້ນຖານ ກ່ຽວກັບເອກະລາດ, ອະທິປະໄຕ, ຜືນ ແຜ່ນດິນອັນຄົບຖ້ວນ, ກົດບັນຍັດ ການເມືອງ, ການຮ່ວມມື ທີ່ສະເໝີ ພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບົນພື້ນຖານ ກົດໝາຍສາກົນ ແລະ ກົດບັດ ຂອງ ສະຫະປະຊາຊາດ.


ວັນທີ 2 ເມສາ 2025, ຄະນະປະຕິບັດງານ ຂອງ ກະຊວງ ການຕ່າງປະເທດ ນຳໂດຍຮອງລັດຖະມົນຕີ ໂດ໋ຮຸ່ງຫວຽດ ແລະ ຄະນະທູຕານຸທູດ ສ ອາເມລິກາ ປະຈຳ ຫວຽດນາມ ນຳໂດຍ ເອກ ອັກຄະລັດຖະທູດ Marc E. Knapper ໄດ້ໄປຢ້ຽມຢາມ ສະຖານທີ່ ກຳຈັດລະເບີດ ບໍ່ທັນແຕກ ຂອງ ອົງການ PeaceTrees Vietnam ແຂວງ ກວ່າງຈີ້. ພາບ: VNA

ເດືອນ ກໍລະກົດ 1995, ຫຼັງການເດີນທາງອັນຍາວນານ ດ້ວຍຄວາມ ພະຍາຍາມ ຂອງ ທັງສອງຝ່າຍ ຫວຽດນາມ ແລະ ສ ອາເມລິກາ, ເຫດການປະຫວັດສາດ  ທີ່ມີຄວາມໝາຍພິເສດ ໄດ້ເກີດຂຶ້ນ. ວັນທີ 11 ກໍລະກົດ, ທ່ານປະທານາທິບໍດີ ສ ອາເມລິກາ Bill Clinton ໄດ້ປະກາດ ສ້າງສາຍພົວພັນ ທາງການທູດ ເປັນປົກກະຕິ ກັບ ຫວຽດນາມ ຢ່າງເປັນທາງການ. ສ່ວນຝ່າຍ ຫວຽດນາມ, ໃນຕອນເຊົ້າ ວັນທີ 12 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວໍວັນກຽດ ກໍໄດ້ ປະກາດ ສ້າງສາຍພົວພັນທາງການທູດ ເປັນປົກກະຕິກັບ ສ ອາເມລິກາ ຢ່າງເປັນທາງການ. ໃນຂະນະນີ້, ອະດີດໄດ້ຖືກປະໄວ້ ຢູ່ເບື້ອງຫຼັງ ແລະ ກ້າວສູ່ ໄລຍະໃໝ່ໃນການພົວພັນ ລະຫວ່າງ ສອງຊາດ ໄດ້ເລີ່ມຕົ້ນຂຶ້ນ. 


ນັບແຕ່ປີ 1995 ເຖິງປີ 2013 ແມ່ນບັນດາບາດກ້າວ ພັດທະນາ ຢ່າງ ກ້າວກະໂດດ ແລະ ຮອບດ້ານໃນການພົວພັນ ຫວຽດນາມ-ສ ອາເມລິ ກາ. ການເປັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ສ ອາເມລິ ກາ ທີ່ລົງນາມ ໃນປີ 2013 ໄດ້ສ້າງຂອບການພົວພັນ ໃຫ້ແກ່ ສອງປະ ເທດ, ຢັ້ງຢືນທ່າອ່ຽງ ການພັດທະນາ ຂອງ ການພົວພັນ ຫວຽດນາມ- ສ ອາເມລິກາ, ພ້ອມທັງສ້າງພື້ນຖານ ທີ່ໜັກແໜ້ນ ໃຫ້ແກ່ການພັດ ທະນາ ສາຍພົວພັນສອງຝ່າຍ ໃນຊຸມປີທ່ີຈະມາເຖິງ. 

ວັນທີ 17/1/2025, ພົນໂທ ຮ່ວາງຊວນຈ໋ຽນ, ຮອງລັດຖະມົນ ຕີ ກະຊວງປ້ອງກັນປະເທດ, ຫົວໜ້າອົງການປະຈໍາການ ຄະນະກໍາ ມະການ ຊີ້ນໍາແຫ່ງຊາດ ແກ້ໄຂຜົນຢ້ອນຫຼັງ ຈາກລະເບີດ ບໍ່ທັນ ແຕກ ແລະ ສານພິດເຄມີ ຕົກຄ້າງ ຫຼັງສົງຄາມຢູ່ ຫວຽດນາມ ແລະ ທ່ານ Marc Knapper, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດ ເຕັມແຫ່ງ ສ ອາເມລິກາ ປະຈຳ ຫວຽດນາມ ກວດກາ ຕົວຈິງການ ຈັດຕັ້ງປະຕິບັດ ໂຄງການກຳຈັດ ມົນລະພິດ ດີໂອຊິນ ຢູ່ເຂດ ສະ ໜາມບິນ ບຽນຮ່ວາ ໄລຍະທີ 1. ພາບ: VNA

ບາດກ້າວສຳຄັນ ໃນການພົວພັນ ຄູ່ຮ່ວມມືຮອບດ້ານ ຫວຽດນາມ- ສ ອາເມລິກາ ໄດ້ຖືກບັນທຶກໄວ້ ໃນປີ 2015, ເມື່ອ ຄວາມໄວ້ເນື້ອເຊື່ອ ໃຈ ຍຸດທະສາດ ລະຫວ່າງ ສອງປະເທດ ໄດ້ຮັບການຊຸກຍູ້ ຢ່າງແທ້ຈິງ ຜ່ານການຢ້ຽມຢາມ ຄັ້ງປະຫວັດສາດ ຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທ່ີ ສ ອາເມລິກາ, ເນື່ອງໃນໂອກາດສອງປະເທດ ສະ ເຫຼີມສະຫຼອງ 20 ປີ ແຫ່ງການສ້າງສາຍພົວພັນທາງການທູດ ເປັນປົກ ກະຕິ. ຕໍ່ມາແມ່ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງ ປະ ທານາທິບໍດີ ສ ອາເມລິກາ Joe Biden ຕາມຄຳເຊື້ອເຊີນ ຂອງ ສະ ຫາຍເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູ໋ຈ້ອງ ແຕ່ວັນທີ 10-11 ກັນຍາ 2023 ພ້ອມດ້ວຍການນຳ ສອງປະເທດ ໄດ້ປະກາດສ້າງຕັ້ງ “ສາຍພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ ແບບຍືນຍົງ”. 

ພິທີຕັດແຖບຜ້າ ເປີດຮ້ານວາງສະແດງ ຫວຽດນາມ ຢູ່ງານ ວາງສະແດງ ສາກົນ ອາຫານ ແລະ ເຄື່ອງດື່ມ PLMA 2024. ພາບ: VNA
ອີງຕາມຕົວເລກຈາກ ກົມໃຫຍ່ພາສີ, ໃນປີ 2024 ຍອດມູນ ຄ່າການຄ້າສອງສົ້ນ ລະຫວ່າງ ຫວຽດນາມ ແລະ ສ ອາເມລິກາ ບັນ ລຸກວ່າ 132 ຕື້ ໂດລາສະຫະລັດ. ໃນພາບ: ເຂດຕູ້ຄອນເທນເນີ ສິນ ຄ້າ ລໍຖ້າສົ່ງອອກ ຢູ່ທ່າເຮືອ ເຕິນຫວູ໊, ຫາຍຟ່ອງ. ພາບ: VNA

ນີ້ແມ່ນ ເງື່ອນໄຂເບື້ອງຕົ້ນ ສຸດທີ່ສຳຄັນ ເພື່ອໃຫ້ສອງປະເທດ ເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນເພີ່ມທະວີ ການຮ່ວມມືຂຶ້ນສູ່ ລະດັບໃໝ່ ໃນຂະນະທີ່ສືບຕໍ່ແກ້ໄຂ ຄວາມ ແຕກຕ່າງກັນ ບົນຈິດໃຈ ເຄົາລົບ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ.

 

ປັດຈຸບັນ, ສ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມື ດ້ານການຄ້າ ໃຫຍ່ທີ່ສຸດ ຂອງ ຫວຽດນາມ, ເປັນຕະຫຼາດສົ່ງອອກ ແຫ່ງທຳອິດ ຂອງ ຫວຽດນາມ ທີ່ລື່ນກາຍຂີດໝາຍ 100 ຕື້ ໂດລາສະຫະລັດ. ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຄ້າຊັ້ນນຳ ຂອງ ສ ອາເມລິກາ.

 

ໂດຍລວມແລ້ວ, 30 ປີແຫ່ງການ ສ້າງສາຍພົວພັນທາງການທູດ ເປັນ ປົກກະຕິ ແລະ ໂດຍສະເພາະແມ່ນ 12 ປີ ແຫ່ງການສ້າງຕັ້ງ ສາຍພົວ ພັນ ຄູ່ຮ່ວມມື ຮອບດ້ານ ໄດ້ນຳມາເຊິ່ງ ຜົນປະໂຫຍດຕົວຈິງ ຫຼາຍ ຢ່າງ ໃຫ້ແກ່ທັງສອງຝ່າຍ ເມື່ອທຽບກັບ ຫຼາຍປີກ່ອນ ໃນເກືອບ ທຸກ ຂົງເຂດ. 

ການຮ່ວມມື ດ້ານການເມືອງ-ການທູດ ລະຫວ່າງ ຫວຽດນາມ-ສ ອາ ເມລິກາ ໄດ້ຮັບການຊຸກຍູ້ຢ່າງແຂງແຮງ ດ້ວຍຄວາມຖີ່ຫຼາຍຂຶ້ນ, ຂອບ ເຂດ ກວ້າງຂວາງຂຶ້ນ ແລະ ເນື້ອໃນທ່ີເປັນຮູບປະທໍາ, ສະເພາະ ເຈາະຈົງຂຶ້ນ, ໂດຍສະເພາະ ແມ່ນມີການປ່ຽນແປງທີ່ສຳຄັນ ໃນວິທີການ ເຂົ້າເຖິງ ຂອງ ສ ອາເມລິກາ ຕໍ່ຮູບແບບ, ລະບົບ ການເມືອງຂອງ ຫວຽດນາມ. 

ການຮ່ວມມື ດ້ານເສດຖະກິດ-ການຄ້າ-ການລົງທຶນ ໄດ້ຖື ສຳຄັນຍິ່ງຂຶ້ນ, ກາຍເປັນຂົງເຂດ ທີ່ມີລະດັບ ການພັດທະນາທີ່ມີ ປະສິດທິຜົນ, ມີຜົນຕົວຈິງ ນັບທັງດ້ານຂະໜາດ, ຂອບເຂດ, ຄຸນນະພາບ.

ການຮ່ວມມືດ້ານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ຄ່ອຍໆ ພັດທະນາ ແລະ ມີທ່າອ່ຽງຂະຫຍາຍຕົວ. 

ຄະນະທະຫານເຮືອ ກອງທັບເຮືອ ສ ອາເມລິກາ ທາສີອຸປະ ກອນ ຢູ່ເຂດສະໜາມເດັກຫຼິ້ນຂອງສູນ ມ໋າຍເອີ໋ມເຍິນອ໋າຍ (ນະ ຄອນ ກາມແຣງ) ຄືນໃໝ່ ໃນໂອກາດການຢ້ຽມຢາມມິດຕະພາບ ແຂວງ ແຄ໋ງຮວ່າ (2024). ພາບ: VNA

ກ່ຽວກັບ ບັນຫາ ປະຊາທິປະໄຕ, ສິດທິມະນຸດ, ເສລີພາບ ໃນການ ນັບຖືສາສະໜາ, ທຸກໆ ປີ, ສອງຝ່າຍ ໄດ້ແລກປ່ຽນ ກ່ຽວກັບ ບັນຫາເຫຼົ່ານີ້ ຜ່ານກົນໄກ ໂອ້ລົມສົນທະນາ ຢ່າງກົງໄປກົງມາ, ບົນຈິດໃຈສ້າງສັນ, ຜ່ານນັ້ນ ປະກອບສ່ວນ ເພີ່ມທະວີຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ແລະ ຫຼຸດຜ່ອນຄວາມແຕກຕ່າງ… 

ການຮ່ວມມື ດ້ານວິທະຍາສາດ-ເຕັກໂນໂລຊີ, ການສຶກສາ-ບຳລຸງສ້າງ, ສາທາລະນະສຸກ, ວັດທະນະທຳ, ການທ່ອງທ່ຽວ ນັບມື້ນັບໄດ້ ຮັບການຊຸກຍູ້ ແລະ ພັດທະນາ ຢ່າງແທ້ຈິງຍິ່ງຂຶ້ນ ໃນບັນດາຂົງເຂດທີ່ ສ ອາເມລິກາ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.

ຄວາມສຳເລັດດັ່ງກ່າວ ແມ່ນຜົນ ມາຈາກຄວາມພະຍາຍາມ ຮ່ວມກັນ ຂອງທັງສອງປະເທດ ໃນຫຼາຍປີ ຜ່ານມາ ໃນຄວາມພະຍາຍາມ ພັດ ທະນາ ການພົວພັນ ບົນຈິດໃຈ “ໂຈະອະດີດ, ກ້າວຜ່ານຄວາມແຕກ ຕ່າງ, ເສີມຂະຫຍາຍ ສິ່ງທີ່ຄ້າຍຄືກັນ, ມຸ່ງສູ່ອະນາຄົດ” ແລະ ທັດສະ ນະ ການສົນທະນາ ທີ່ຈິງໃຈ, ກົງໄປກົງມາ ແລະ ສ້າງສັນ. ດ້ວຍພື້ນ ຖານໜັກແໜ້ນ ທີ່ໄດ້ຖືກສ້າງຂຶ້ນ, ຫວຽດນາມ ແລະ ສ ອາເມລິກາ ຈະສືບຕໍ່ເດີນຄຽງຄູ່ກັນ, ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍ ແລະ ຄວ້າເອົາໂອກາດ ເພື່ອຊຸກຍູ້ ການພົວພັນສອງຝ່າຍ ຂຶ້ນສູ່ລະດັບ ສູງໃໝ່, ເພື່ອຄວາມຈະເລີນຮຸ່ງເຮືອງ ຂອງ ແຕ່ລະປະເທດ ກໍຄື ເພື່ອຊີວິດ ທີ່ອີ່ມໜຳສຳລານ ຂອງ ປະຊາຊົນ ແຕ່ລະປະເທດ.

ບົດ ແລະ ພາບໂດຍ: VNP - ແປໂດຍ: ບິກລຽນ


top